ຄໍາເຫັນທ່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ

ສະບາຍດີ ທ່ານຜູ້ອ່ານ ທີ່ນັບຖື !

​ຫ້ອງວ່າການລັດຖະບານ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ສົ່ງຂ່າວ ມາຍັງທ່ານ ນັກອ່ານ, ຜູ້ສະແຫວງ ຫາຂໍ້ມູນ ທາງເວັບໄຊ ວ່າ: ຫ້ອງວ່າການ ລັດຖະບານ ໄດ້ເປີດໂຕ ເວັບໄຊ ຂອງລັດຖະບານ ຢ່າງເປັນທາງການແລ້ວ.

ໃ​ນໂອກາດນີ້ ໃນນາມ ຫົວໜ້າຫ້ອງວ່າການ ລັດຖະບານ ຂ້າພະເຈົ້າ ຂໍຖືເປັນກຽດ ແຈ້ງຂ່າວ ມາຍັງທ່ານ ເພື່ອຊາບ ເນື້ອໃນຈິດໃຈ ສຳຄັນ ຂອງເວັບໄຊ ລັດຖະບານ ດັ່ງນີ້:

ຈຸດປະສົງ ຂອງການສ້າງເວັບໄຊ ລັດຖະບານ ແມ່ນເພື່ອປະຕິບັດ ພາລະບົດບາດ, ໜ້າທີ່ ແລະ ສິດ ຂອງຫ້ອງວ່າການ ລັດຖະບານ ທີ່ໄດ້ກໍານົດ ໃນກົດໝາຍ ວ່າດ້ວຍລັດຖະບານ ແລະ ດຳລັດ 291/ນຍ, ຊຶ່ງໃນນັ້ນ ຫ້ອງວ່າການລັດຖະບານ ມີໜ້າທີ່ ບໍລິການ ຮັບໃຊ້ປະຊາຊົນ, ສະໜອງຂໍ້ມູນ, ເຜີຍແຜ່ ແນະນໍານະໂຍບາຍ, ນິຕິກໍາ ແລະ ການເຄື່ອນໄຫວ ຂອງລັດຖະບານ; ພ້ອມກັນນັ້ນ ກໍ່ເພື່ອຮັບຟັງຄໍາຄິດເຫັນ, ຄໍາສະເໜີແນະ ທີ່ສ້າງສັນຂອງບຸກຄົນ, ນິຕິບຸກຄົນ, ອົງການຈັດຕັ້ງ ທາງສັງຄົມ ຕໍ່ການບໍລິຫານງານ ຂອງລັດຖະບານ ໃຫ້ວ່ອງໄວທັນການ;

ເນື້ອໃນ ທີ່ສໍາຄັນ ຂອງເວັບໄຊ ລັດຖະບານ ທີ່ຈະລົງເຜີຍແຜ່ແນະນໍາ: ນະໂຍບາຍ ແລະ ນິຕິກໍາສໍາຄັນ, ມະຕິຕົກລົງ, ຄໍາສັ່ງ, ຂໍ້ຕົກລົງ, ສັນຍາ, ສົນທິສັນຍາ, ສະພາບພົ້ນເດັ່ນ ຂອງການພັດທະນາ ເສດຖະກິດ-ສັງຄົມ ແລະ ການເຄື່ອນໄຫວ ສໍາຄັນ ຂອງລັດຖະບານ; ພ້ອມກັນນັ້ນ ກໍ່ຍັງມີປ່ອງສໍາລັບ ຮັບຟັງຄໍາຄິດເຫັນ ແລະ ຂໍ້ສະເໜີແນະ ຂອງບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງສັງຄົມ ເພື່ອໃຫ້ລັດຖະບານ ແກ້ໄຂ ແລະ ຊີ້ແຈງ ອອກທາງເວັບໄຊນີ້ ແລະ ບັນຫາອື່ນໆ ທີ່ຫ້ອງວ່າການ ລັດຖະບານ ເຫັນວ່າ ມີຄວາມຈໍາເປັນ.

ລວມຄວາມວ່າ ການບໍລິການ ຜ່ານເວັບໄຊນີ້ ແມ່ນສື່ ແລະ ສ່ອງທາງ ປະການໜຶ່ງ ຂອງການພົບປະ ແລະ ປະຊາສໍາພັນ ແບບໜຶ່ງ ລະຫວ່າງ ລັດຖະບານ ກັບປະຊາຊົນ ຊັ້ນຄົນຕ່າງໆ ຈະແໜ້ນແຟ້ນ ຍິ່ງໆ ຂຶ້ນ.

ສຸດທ້າຍ ຂ້າພະເຈົ້າ ຫວັງຢ່າງຍິ່ງວ່າ ທ່ານຜູ້ອ່ານຈະນໍາໃຊ້ຂໍ້ມູນ ເວັບໄຊເຫຼົ່ານີ້ ເຂົ້າໃນການເຄື່ອນໄຫວຂອງຕົນ ໃຫ້ມີປະສິດທິຜົນ ແລະ ມີສ່ວນປະກອບເຂົ້າ ໃນ ການສ້າງເວັບໄຊ ທາງການນີ້ ໃຫ້ກ້າວໜ້າ ຢ່າງບໍ່ຢຸດຢັ້ງ.
 
ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ

 
ດຣ. ສິນລະວົງ ຄຸດໄພທູນ



ຄໍາເຫັນທ່ານລັດຖະມົນຕີ, ຫົວໜ້າຫ້ອງ​ວ່າການ​ລັດຖະບານ ດາວໂຫຼດ​​