ເຄື່ອງໝາຍຊາດ

ຜູ້ຂຽນ: ສະພາແຫ່ງຊາດ

ວັນອັງຄານ, 28 ພ.ພ 2013 10:00

   ເຄື່ອງໝາຍຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຮູບວົງມົນ, ດ້ານລຸ່ມ ມີຮູບເຄິ່ງກົງຈັກເປັນແຂ້ວ ແລະ ໂບສີແດງ ຂຽນອັກສອນ " ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ", ສອງຂ້າງ ອ້ອມດ້ວຍຮວງເຂົ້າສຸກເປັນຮູບເຟື້ອງພະຈັນ ແລະ ໂບສີແດງຂຽນ ອັກສອນ " ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະຖາວອນ ", ລະຫວ່າງກາງ ຂອງສອງປາຍຮວງເຂົ້າມີຮູບທາດຫຼວງ, ຢູ່ກາງຮູບວົງມົນ ມີ ຫົນທາງ, ທົ່ງນາ, ປ່າໄມ້ ແລະ ເຂື່ອນໄຟຟ້ານໍ້າຕົກ.


ແຫຼ່ງ: ລັດຖະທຳມະນູນ ແຫ່ງ ສປປ ລາວ, ໝວດທີ X