ທຸງຊາດລາວ
ທຸງຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ມີພື້ນສີຟ້າ, ແຂບແດງ ແລະ ວົງເດືອນ ສີຂາວ. ລວງກວ້າງຂອງທຸງເທົ່າສອງສ່ວນສາມ ຂອງລວງຍາວ, ແຂບແດງແຕ່ລະເບື້ອງເທົ່າກັບ ເຄິ່ງໜຶ່ງຂອງແຂບສີຟ້າ ແລະ ວົງເດືອນສີຂາວ ກວ້າງເທົ່າກັບສີ່ສ່ວນຫ້າຂອງແຂບສີຟ້າ. ໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ ແຫ່ງ ສປປ ລາວ, ໝວດທີ X
ເຄື່ອງໝາຍຊາດ
ເຄື່ອງໝາຍຊາດ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເພງຊາດລາວ.
ເພງຊາດ ແມ່ນ ດົນຕີ ແລະ ເນື້ອຮ້ອງປະພັນຂື້ນ ໂດຍມີເນື້ອໃນເວົ້າເຖິງຄວາມຮັກຊາດ ແລະ ໄດ້ຮັບການຮັບຮອງຈາກ ລັດຖະບານຂອງປະເທດນັ້ນໆ ຢ່າງເປັນທາງການໃຫ້ເປັນເພງປະຈຳລັດຂອງຕົນ. ເພັງຊາດລາວແມ່ນເພັງທີ່ມີຊື່ວ່າ " ຊາດລາວ " ໄດ້ກໍານົດໄວ້ຢູ່ໃນ ລັດຖະທໍາມະນູນ ແຫ່ງ ສປປ ລາວ, ໝວດ X