ທີ່ຕັ້ງພູມສັນຖານ ໂດຍສັງເຂບ
ສປປ ລາວ ເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ຕັ້ງຢູ່ທິດຕາເວັນອອກສ່ຽງໃຕ້ຂອງທະວີບອາຊີຢູ່ໃຈກາງຂອງແຫຼມ ອິນດູຈີນ ແລະ ມີຊາຍແດນຕິດຈອດກັນກັບ ປະເທດ ກຳປູເຈຍ, ມຽນມາ, ໄທ, ຫວຽດນາມ ແລະ ຈີນ. ຍາວຢຽດໄປຕາມຊີກໂລກເໜືອ ນັບແຕ່ເສັ້ນສູນສູດຂຶ້ນມາ ແລະ ຢູ່ໃນເຂດອາກາດອົບອຸ່ນ. ພູມສັນຖານສູງທາງພາກເໜືອ ແລະ ຄ້ອຍຊັນ ລົງໄປທາງພາກໃຕ້, ມີແມ່ນໍ້າຂອງໄຫຼຜ່ານແຕ່ເໜືອຮອດໃຕ້.