ລະບອບເສດຖະກິດ ຂອງ ສປປ ລາວ
ລະບອບເສດຖະກິດຂອງ ສປປ ລາວ ແມ່ນເສດຖະກິດຫຼາຍພາກສ່ວນ ແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ ແລະ ເຄື່ອນໄຫວຕາມກົນໄກເສດຖະກິດຕະຫຼາດ, ທັັງແຂ່ງຂັນ ແລະ ຮ່ວມມືກັນຂະຫຍາຍການຜະລິດ, ທຸລະກິດ ພາຍໃຕ້ການ ດັດສົມຂອງລັດ. ເປີດກວ້າງການພົວພັນຮ່ວມມືເສດຖະກິດກັບຕ່າງປະເທດ ໂດຍນໍາໃຊ້ຮູບການສໍາພັນເສດຖະກິດແບບ ຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ບົນຫຼັກການເຄົາລົບເອກະລາດ, ອະທິປະໄຕຂອງກັນ, ສະເໝີພາບ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເຊິ່ງໄດ້ກໍານົດໄວ້ຢູ່ໃນ ໝວດທີ II ຂອງລັດຖະທໍາມະນູນ ແຫ່ງ ສປປ ລາວ.
ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VII (2011-2015)
ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VII (2011-2015) ເປັນແຜນສືບຕໍ່ໝາກຜົນທີ່ຍາດມາໄດ້ ໃນແຜນການ 6 ຄັ້ງຜ່ານມາ, ມີບົດບາດສຳຄັນ ແລະ ເປັນມາດຕະການໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງພັກ, ຍຸດທະສາດພັດທະນາເສດຖະກິດ-ສັງຄົມຮອດປີ 2020 ແລະ ຍຸດທະສາດການຫັນເປັນອຸດສາຫະກຳ ແລະ ທັນສະໄໝ, ສ້າງໃຫ້ມີການຫັນປ່ຽນໃໝ່ຢ່າງໜັກແໜ້ນໃນການນຳພາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບປະເທດ ດ້ອຍພັດທະນາໃນປີ 2020, ເປີດກວ້າງການເຊື່ອມໂຍງກັບພາກພື້ນ-ສາກົນ