ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະກອບດ້ວຍ 49 ຊົນເຜົ່າ, ມີພາສາລາວ ທີ່ນໍາໃຊ້ເປັນພາສາທາງການ ແລະ ແບ່ງອອກເປັນ 4 ກຸ່ມພາສາ ຄື: 1. ກຸ່ມ​ພາສາ​ລາວ-​ໄຕ, 2. ກຸ່ມ​ພາສາ​ມອນ-ຂະ​ແມ, 3. ກຸ່ມ​ພາສາ​ມົ້ງ-ມຽນ, 4. ກຸ່ມ​ພາສາ​ຈີນ-ຕິ​ເບ​ດ. ມີວັດທະນະທໍາທາງດ້ານວັດຖຸ ແລະ ຈິດໃຈອັນດີງາມມາແຕ່ດົນນານ ແລະ ໄດ້ຮັບການອະນຸລັກ ຮັກສາພັດທະນາ ໄປຄຽງຄູ່ກັບການພັດທະນາປະເທດຊາດ ໃນແຕ່ລະຍຸກສະໄໝ. ມີຮີດ 12 ຄອງ 14 ເປັນປະເພນີທີ່ບັນພະ ບູລຸດໄດ້ປະຕິບັດສືບທອດກັນມາແຕ່ບູຮານ ແລະ ຍັງມີມູນເຊື້ອອັນດີງາມ ທີ່ສ່ອງແສງໃຫ້ເຫັນເຖິງການດໍາລົງຊີວິດ ຂອງປະຊາຊົນລາວໃນແຕ່ລະຍຸກ, ແຕ່ລະສະໄໝ .....