ລະບອບການເມືອງ
ລະບອບການເມືອງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ກໍານົດໄວ້ຢູ່ໃນລັດຖະທໍາມະນູນ ແຫ່ງ ສປປ ລາວ, ໝວດທີ I
ກົງຈັກການປົກຄອງ ສປປ ລາວ
ເພື່ອຮັບປະກັນໃຫ້ແກ່ການປະຕິບັດສິດເປັນເຈົ້າ ຂອງປະຊາຊົນລາວບັນດາເຜົ່າໃນທຸກດ້ານ ເຊັ່ນ: ດ້ານການເມືອງ, ເສດຖະກິດ-ສັງຄົມ ໄດ້ດີນັ້ນ ລັດຖະທໍາມະນູນ ໝວດທີ 5, 6, 7, 8 ແລະ 9 ໄດ້ກໍານົດລະບົບກົງຈັກການປົກຄອງຂອງ ສປປ ລາວ ຄື: ອົງການນິຕິບັນຍັດ (ສະພາແຫ່ງຊາດ); ອົງການບໍລິຫານ (ປະທານປະເທດ ແລະ ລັດຖະບານ) ແລະ ອົງການຕຸລາການ (ສານ ແລະ ອົງການໄອຍະການ ປະຊາຊົນ).