ໃນໂອກາດດັ່ງກ່າວ, ທ່ານ ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ທ່ານ ຫົວໜ້າກົມກວດກາ ກໍ່ໄດ້ລາຍງານ ໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານ ພາຍໃນກົມຂອງຕົນ ໃນໄລຍະຜ່ານມາ ເຖິງແມ່ນວ່າ ສະພາບການ ພາຍໃນປະເທດ ແລະ ສາກົນ ພົບຄວາມຫຍຸ້ງຍາກຫຼາຍດ້ານ, ແຕ່ສອງກົມດັ່ງກ່າວ ກໍ່ສາມາດເຮັດຫຼ້ອນໜ້າທີ່ ທີ່ຢູ່ໃນຄວາມຮັບຜິດຊອບ ໄດ້ດີພໍສົມຄວນ. ຄຽງຄູ່ກັນນັ້ນ ກໍ່ຍັງມີຂໍ້ຄົງຄ້າງຫຼາຍດ້ານ ທີ່ຈະຕ້ອງໄດ້ເອົາໃຈໃສ່ ປັບປຸງແກ້ໄຂໃຫ້ດີຂຶ້ນ, ທັງນີ້ ກໍ່ເພື່ອແນໃສ່ສ້າງການຫັນປ່ຽນໃໝ່ທີ່ຕັ້ງໜ້າ ໃນຂົງເຂດວຽກງານ ພັກ-ພະນັກງານ ແລະ ວຽກງານກວດກາ. ໃນໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕີລາຄາການພົບປະຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ ເພາະສອງກົມດັ່ງກ່າວ ແມ່ນມີພາລະບົດບາດສຳຄັນຕົ້ນຕໍ ໃນການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະພັກ, ຄະນະນໍາ ຫສນຍ ເພື່ອຂັບເຄື່ອນວຽກງານພັກ, ພະນັກງານ, ລວມທັງ ການຕິດຕາມ, ກວດກາ ແລະ ຊຸກຍູ້ ການປະຕິບັດພາລະບົດບາດຂອງບັນດາກົມ ພາຍໃນ ຫສນຍ, ຊຶ່ງວຽກງານນີ້ ເປັນປັດໃຈສຳຄັນ ໃນການຕັດສິນ ຜົນໄດ້-ຜົນເສຍ ຂອງການຈັດຕັ້ງປະຕິບັດໜ້າທີ່ວຽກງານ. ສະນັ້ນ, ຕໍ່ການພົບປະໂອ້ລົມໃນຄັ້ງນີ້ ທ່ານຈຶ່ງໄດ້ຮຽກຮ້ອງພະນັກງານ ທົ່ວກົມຈັດຕັ້ງ-ພະນັກງານ ແລະ ກົມກວດກາ ຕ້ອງເປັນເສນາທິການ ບຸກທະລຸສ້າງບາດກ້າວໃໝ່ ໃຫ້ມີຫັນປ່ຽນ ທີ່ຕັ້ງໜ້າແທ້ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ການຈະສ້າງການຫັນປ່ຽນຢ່າງຕັ້ງໜ້າໄດ້ນັ້ນ ສອງກົມ ທີ່ເປັນຕົວແທນນັກຮົບ ຄື ນັກຮົບຈັດຕັ້ງ ແລະ ນັກຮົບກວດກາ ຕ້ອງໄດ້ປັບປຸງຕົນເອງຮອບດ້ານ ດ້ວຍການເປັນແບບຢ່າງນຳໜ້າພາທາງ ຈັດຕັ້ງປະຕິບັດໜ້າທີ່ວຽກງານ, ທັງເປັນເຈົ້າການ ປະຕິບັດລະບຽບວິໄນ ຢ່າງເຂັ້ມງວດ. ໃນນີ້, ນັກຮົບຈັດຕັ້ງ ຕ້ອງກຳແໜ້ນພະນັກງານ, ໃຫ້ຮູ້ເຖິງ-ຮູ້ແຈ້ງ ພະນັກງານແຕ່ລະຂົງເຂດ ມີຈຸດພິເສດ, ຈຸດດີ, ຈຸດອ່ອນ, ຄວາມຮູ້, ຄວາມສາມາດ, ລະດັບການສຶກສາ, ພອນສະຫວັນ, ມີຄຸນທາດການເມືອງ ແລະ ອື່ນໆ ເວົ້າສະເພາະ ແມ່ນລັກສະນະພິເສດ ຂອງພະນັກງານ; ມີແຜນກໍ່ສ້າງພະນັກງານສືບທອດແລ້ວ ຕ້ອງສ້າງໄປຕາມແຜນການທີ່ໄດ້ກຳນົດ, ບຳລຸງ-ກໍ່ສ້າງ ກໍ່ໃຫ້ຖືກ ແລະ ແທດຕົວຈິງ; ເອົາໃຈໃສ່ ປະຕິບັດນະໂຍບາຍ ໃຫ້ຖືກຕ້ອງ ຕາມລະບຽບການ ແລະ ມີຄວາມເທົ່າທຽມກັນ. ສຳລັບນັກຮົບກວດກາ ຕ້ອງເອົາໃຈໃສ່ກວດກາຕາມມະຕິ, ຄຳສັ່ງ ໂດຍສະເພາະແມ່ນ ກວດກາການປະຕິບັດລະບຽບ ແລະ ກົນໄກການເຮັດວຽກ ຂອງພະນັກງານ ພາຍໃນ ຫສນຍ ຕາມຂໍ້ຕົກລົງ ສະບັບເລກທີ 546/ຫສນຍ, ລົງວັນທີ 11 ພະຈິກ 2021 ແລະ ຕ້ອງມີແຜນດຳເນີນການກວດກາ ເປັນປົກກະຕິ, ພາຍຫຼັງ ການກວດກາແລ້ວ ຕ້ອງສະຫຼຸບ, ປະເມີນຜົນ ແລ້ວລາຍງານຂັ້ນເທິງ ເປັນປົກກະຕິ, ຖ້າພົບບັນຫາ ກໍ່ຮີບຮ້ອນແກ້ໄຂ ແຕ່ຫົວທີ. ອັນສຳຄັນ, ນັກຮົບສອງກົມດັ່ງກ່າວ ຕ້ອງເປັນເຈົ້າການນຳໜ້າຢ່າງແຂງແຮງ ເພື່ອສຳເລັດບັ້ນຮົບ ສ້າງການຫັນປ່ຽນໃໝ່ ຮັບປະກັນໃຫ້ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຮັດສຳເລັດໜ້າທີ່ ຕາມຄຳຂວັນ 3 ດີ ຂອງຕົນ (ເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິການຮັບໃຊ້ທີ່ດີ), ທັງເປັນອົງການ ທີ່ໜັກແໜ້ນ, ເຂັ້ມແຂງ, ທັນສະໄໝ, ວ່ອງໄວ, ທັນການ, ສົມກັບເປັນໃຈກາງ ການປະສານງານ, ເປັນຜູ້ບໍລິການຮັບໃຊ້ ລັດຖະບານ ແລະ ປະຊາຊົນ ຢ່າງແທ້ຈິງ.

ໃນມື້ດຽວກັນ, ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຍັງໄດ້ລົງຢ້ຽມຢາມພະນັກງານ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງເອກະສານ ຂາເຂົ້າ-ຂາອອກ ຂອງຫສນຍ ໂດຍສະເພາະ ກວດເບິ່ງລະບົບຈໍລະຈອນເອກະສານ ເຂົ້າ-ອອກ ໃຫ້ມີຄວາມວ່ອງໄວ, ປອດໄພ, ໂປ່ງໃສ ແລະ ບໍລິການຮັບໃຊ້ທີ່ດີ.
(ພາບ ແລະ ຂ່າວ: ຫສນຍ)