ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນຈັນ, 27 ທ.ວ 2021 12:00
ໃນຕອນເຊົ້າວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂອງ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.


ໃນໂອກາດນີ້, ທ່ານ ຄຳເຈນ ວົງໂພສີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຊຶ່ງນັບມື້ໄດ້ຮັບການພັດທະນາ ແລະ ເກີດດອກອອກຜົນ ເປັນກ້າວໆ. ພ້ອມດຽວກັນນີ້, ກໍ່ສະແດງຄວາມຂອບໃຈ ຕໍ່ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນລາວມາໂດຍຕະຫຼອດ, ຊຶ່ງການຊ່ວຍເຫຼືອເຫຼົ່ານັ້ນ ລ້ວນແຕ່ເປັນການຊ່ວຍເຫຼືອ ທີ່ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ການພັດທະນາຕົວຈິງຂອງ ສປປ ລາວ ໂດຍສະເພາະ ການຊ່ວຍເຫຼືອຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາການ, ການພັດທະນາຊັບພະຍາກອນມະນຸດ, ເຕັກນິກ ແລະ ການໃຫ້ບໍລິການຢູ່ສະໜາມບິນສາກົນວັດໄຕ, ການຊ່ວຍເຫຼືອວັກຊີນ ແລະ ອຸປະກອນການແພດ ເພື່ອນຳໃຊ້ເຂົ້າໃນການ ປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19; ການແລກປ່ຽນບົດຮຽນ ແລະ ອື່ນໆ ໂດຍຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມື, ຊ່ວຍເຫຼືອ ແລະ ສະໜັບສະໜູນ ແກ່ ສປປ ລາວ ໃນຕໍ່ໜ້າຕື່ມອີກ.
ໃນໂອກາດດຽວກັນ, ທ່ານ ທ່ານ ໂຄບາຢາຊິ ເຄນອິຈິ ກໍ່ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບ ຂອງທ່ານ ຄຳເຈນ ວົງໂພສີ ໃນຄັ້ງນີ້ ແລະ ຢັ້ງຢືນຕື່ມວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການພົວພັນ, ຊຸກຍູ້ຊ່ວຍເຫຼືອ ສປປ ລາວ ຕໍ່ໄປ. ນອກນີ້ ທ່ານ ຍັງໄດ້ກ່າວຕື່ມວ່າ ລັດຖະບານ ຍີ່ປຸ່ນ ມີແຜນຈະສືບຕໍ່ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ຕື່ມອີກ ແລະ ຈະລະດົມພາກສ່ວນກ່ຽວຂ້ອງຂອງຍີ່ປຸ່ນ ເຂົ້າມາລົງທຶນ ແລະ ພັດທະນາໃນຂົງເຂດເສດຖະກິດ ຢູ່ ສປປ ລາວ ເພື່ອປະກອບສ່ວນອັນສຳຄັນ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍ່ຄືປະກອບສ່ວນເຂົ້າໃນການສົ່ງເສີມ ການພົວພັນ-ຮ່ວມມື ສອງຝ່າຍ ລາວ-ຍີ່ປຸ່ນ ໃຫ້ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວ ບໍ່ຢຸດຢັ້ງ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ