ຫສນຍ ສ້າງຂະບວນການຂໍ່ານັບຮັບຕ້ອນວັນແມ່ຍິງສາກົນ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນສຸກ, 26 ກ.ພ 2021 17:00
ໃນຕອນບ່າຍວັນທີ 26 ກຸມພາ 2021, ການນຳ ແລະ ພະນັກງານ ທົ່ວຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ພ້ອມກັນແຮງງານອະນາໄມລວມ ຢູ່ພາຍໃນ ແລະ ອ້ອມຮອບຮົ້ວ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ, ຊຶ່ງນໍາໂດຍທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານາຍົກລັດຖະມົນຕີ.


ຈຸດປະສົງ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ ວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 111 ປີ (8 ມີນາ 1910 ຫາ 8 ມີນາ 2021) ໃຫ້ເປັນຂະບວນການຟົດຟື້ນ, ມ່ວນຊື່ນ ແລະ ມີຄວາມສຳຄັນຍິ່ງໆຂຶ້້ນ, ທັງປະກອບສ່ວນ ເຮັດໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຊຶ່ງເປັນບ່ອນເຮັດວຽກຂອງການນຳຂັ້ນສູງ ແລະ ບ່ອນຕ້ອນຮັບແຂກສຳຄັນ ທັງພາຍໃນ ແລະ ຕ່າງປະເທດ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະອາດຈົບງາມ.
ພາຍຫຼັງການອອກແຮງງານສຳເລັດ ກໍ່ໄດ້ພ້ອມກັນສືບຕໍ່ສ້າງຂະບວນການແຂ່ງຂັນກິລາ (ກິລາເປຕັງ) ໂດຍຈັບຄູ່ແຂ່ງຂັນກັນ ລະຫວ່າງບັນດາກົມ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນ ຕີ, ຊຶ່ງບັນຍາກາດ ເຕັມໄປດ້ວຍຄວາມສາມັກຄີຮັກແພງ ແລະ ເບີກບານມ່ວນຊື່ນ ເປັນຢ່າງດີ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ