ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດ ດຳລັດວ່າດ້ວຍລົດລັດ
ໃນໂອກາດຳເນີນກອງປະຊຸມລັດຖະບານ ສະໄໝສາມັນປະຈຳເດືອນພຶດສະພາ 2022 ໃນວັນທີ 30 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ດຳລັດສະບັບເລກທີ 599/ລບ ແລະ ນິຕິກຳທີ່ກ່ຽວຂ້ອງ ເຫັນວ່າ ມີຄວາມຄືບໜ້າດີສົມຄວນ
ທ່ານ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເຂົ້າຮ່ວມຂະບວນການປູກຕົ້ນໄມ້
ໃນຕອນເຊົ້າ ວັນທີ 22 ພຶດສະພາ 2022 ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະບໍລິຫານງານຊາວໜຸ່ມ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ ເຂົ້າຮ່ວມຂະບວນການປູກຕົ້ນໄມ້ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້, ຕາງໜ້າຄະນະບໍລິຫານງານສູນກາງຊາວໜຸ່ມ ແລະ ບັນດາຊາວໜຸ່ມແຮກສ່ຽວ ກະຊວງ-ອົງການ ອ້ອມຂ້າງສູນກາງ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ວັນທີ 1 ມິຖຸນາ ຢູ່ທີ່ສູນພັດທະນາ ແລະ ບໍລິການ ດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.
ຄວາມຄືບໜ້າ ການປະຕິບັດດຳລັດ ວ່າດ້ວຍລົດຂອງລັດ
ເພື່ອສືບຕໍ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນ ເວົ້າລວມ, ເວົ້າສະເພາະ ເພື່ອຕິດຕາມ ແລະ ຊຸກຍູ້ ການຈັດຕັ້ງປະຕິບັດດຳລັດ ສະບັບເລກທີ 599/ລບ ວ່າດ້ວຍລົດຂອງລັດ
ຫສນຍ ຍົກສູງຄຸນນະພາບວຽກງານເສນາທິການ ໃນໄລຍະໃໝ່
ໃນຕອນເຊົ້າ ວັນທີ 12 ພຶດສະພາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບ “ການຍົກສູງຄຸນນະພາບ ວຽກງານເສນາທິການ ໃນໄລຍະໃໝ່” ຮ່ວມກັບບັນດາກະຊວງ, ອົງການທຽບເທົ່າ ແລະ ບັນດາແຂວງ ໃນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ
3 ອົງການຈັດຕັ້ງມະຫາຊົນ ຫສນຍ ອອກແຮງງານອະນາໄມ
ໃນຕອນແລງ ຂອງວັນທີ 3 ພຶດສະພາ 2022 ການນຳ ແລະ ສະມາຊິກ 3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ, ແມ່ຍິງ ແລະ ກຳມະບານ) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ສາມັກຄີກັນອອກແຮງງານອະນາໄມລວມ, ຊຶ່ງນໍາພາໂດຍທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກ ລັດຖະມົນຕີ.
ພິທີ ມອບ-ຮັບ ໜ້າທີ່ບັນດາຫົວໜ້າກົມ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ
ໃນຕອນເຊົ້າ ວັນທີ 20 ເມສາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີ ມອບ-ຮັບ ໜ້າທີ່ ບັນດາທ່ານຫົວໜ້າກົມ ພາຍໃນ ຫສນຍ ໂດຍການເປັນປະທານ ຂອງທ່ານ ຄຳລາວັນ ຈັນທະລາວັນ, ຮອງລັດ ຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາທ່ານ ຜູ້ຊ່ວຍລັດຖະມົນຕີ, ຫົວໜ້າ ຫສນຍ, ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຄະນະພະແນກ ພາຍໃນ ຫສນຍ ເຂົ້າຮ່ວມ.
ໃນພິທີ, ບັນດາທ່ານ ຫົວໜ້າກົມຜູ້ເກົ່າ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດລາຍງານຫຍໍ້ຂອງກົມ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາ. ຫຼັງຈາກນັ້ນ ກໍ່ໄດ້ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ຈຳນວນ 7 ກົມ ພາຍໃນ ຫສນຍ.
ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງ ໄລຍະ 5 ປີ
ໃນຕອນເຊົ້າວັນທີ 7 ເມສາ 2022 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຈັດຕັ້ງ ທົ່ວຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄັ້ງທີ I ໄລຍະ 5 ປີ (2016-2020) ແລະ ທິດທາງແຜນການ ໄລຍະ 5 ປີ (2021-2025) ໂດຍການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍ ຄະນະພັກ-ຄະນະນຳ ຫສນຍ, ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ບັນດາກົມ ແລະ ຫໍປະຊຸມແຫ່ງຊາດ ພ້ອມດ້ວຍ ສະມາຊິກພັກ, ພະນັກງານ-ລັດຖະກອນ ກົມຈັດຕັ້ງ ແລະ ພະນັກງານ ເຂົ້າຮ່ວມ.
ມອບ-ຮັບໜ້າທີ່ ລັດຖະມົນຕີ, ຫົວໜ້າ ຫສນຍ
ໃນຕອນບ່າຍວັນທີ 03 ກຸມພາ 2022 ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ເກົ່າ) ແລະ ທ່ານ ອາລຸນໄຊ ສູນນະລາດ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຜູ້ໃໝ່);
ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ
ໃນຕອນເຊົ້າວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂອງ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.
ບໍລິສັດ ໂມກ ຈຳກັດ ມອບລົດໄຟຟ້າໃຫ້ ຫສນຍ
ໃນຕອນບ່າຍວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ບໍລິສັດ ໂມກ ຈຳກັດ ໄດ້ນຳເອົາລົດ ທີ່ນຳໃຊ້ພະລັງງານໄຟຟ້າ ຍີ່ຫໍ້ BYD HAN EV ຈໍານວນ 01 ຄັນ ມູນຄ່າ 61.900
ທ່ານ ລັດຖະມົນຕີ, ຫົວໜ້າ ຫສນຍ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ
ໃນຕອນເຊົ້າວັນທີ 27 ທັນວາ 2021 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂອງ ທ່ານ ໂຄບາຢາຊິ ເຄນອິຈິ, ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.