ການຢ້ຽມຢາມ ແລະ ພົບປະກັບພາກສ່ວນທີ່ກ່ຽວຂ້ອງ ຢູ່ສະຖານທີ່ຕ່າງໆ ໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ໄດ້ມີຄວາມເປັນຫ່ວງເປັນໄຍ, ຖາມເຖິງສະພາບຊີວິດ ການເປັນຢູ່ຂອງປະຊາຊົນ, ສະພາບນໍ້າຖ້ວມ ແລະ ຜົນເສຍຫາຍ, ການຊ່ວຍເຫຼືອ ແລະ ແກ້ໄຂບັນຫາຕ່າງໆ, ຄວາມຕ້ອງການ ອັນຈຳເປັນ ແລະ ອື່ນໆ. ພ້ອມທັງ ສະແດງຄວາມຊົມເຊີຍ ຕໍ່ຄວາມເອົາໃຈໃສ່, ຄວາມສາມັກຄີຮັກແພງ ຂອງອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ໄດ້ດີ ແລະ ທັນການ ໂດຍສະເພາະ ອ້າຍເອື້ອຍນ້ອງທະຫານ, ເຈົ້າໜ້າທີ່ຕຳຫຼວດ, ອາສາສະໝັກກູ້ໄພ, ປະຊາຊົນດ້ວຍກັນ ແລະ ອື່ນໆ ທີ່ໄດ້ປະກອບສ່ວນເຫື່ອແຮງ ແລະ ວັດຖຸສິ່ງຂອງ ເຂົ້າໃນການຊ່ວຍເຫຼືອ, ຍົກຍ້າຍປະຊາຊົນ, ລຳລຽງວັດຖຸ ສິ່ງຂອງທີ່ຈຳເປັນ, ສັດລ້ຽງ... ໄປສູ່ເຂດທີ່ປອດໄພ. ອັນສຳຄັນ, ທ່ານນາຍົກລັດຖະມົນຕີ ໃຫ້ເນັ້ນໜັກໃຫ້ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມ ເປັນຕົ້ນ ໃຫ້ເອົາໃຈໃສ່ກອບກູ້, ຍົກຍ້າຍປະຊາຊົນ ແລະ ວັດຖຸສິ່ງຂອງ ທີ່ຈຳເປັນ ໄປຢູ່ທີ່ປອດໄພໃຫ້ໄດ້ທັງໝົດ; ໃຫ້ເອົາໃຈໃສ່ ເບິ່ງແຍງດູແລສຸຂະພາບ, ສຸຂະອະນາໄມ ຂອງປະຊາຊົນໃຫ້ດີ, ມີຫ້ອງນໍ້າ ລວມທັງ ອຸປະກອນການແພດ ແລະ ຢາປົວພະຍາດ ທີ່ພຽງພໍ, ໃຫ້ມີແພດໝໍບໍລິການ ດ້ານສາທາລະນາສຸກ ຢ່າງເປັນປົກກະຕິ ແລະ ທົ່ວເຖິງ ໃນແຕ່ລະຈຸດເຕົ້າໂຮມ; ໃຫ້ສະໜອງເຄື່ອງອຸປະໂພກ-ບໍລິໂພກ ທີ່ຈຳເປັນ ເຊັ່ນ: ອາຫານການກິນ, ນໍ້າດື່ມ-ນໍ້າໃຊ້ ທີ່ສະອາດ, ເຄື່ອງໃຊ້ຂອງສອຍ ແລະ ອື່ນໆ ໃຫ້ແກ່ຜູ້ປະສົບໄພ ຢ່າງພຽງພໍ ແລະ ທັນການ; ການແກ້ໄຂໄພພິບັດ ຕ້ອງມີການຈັດຕັ້ງບັນຊາ, ແບ່ງຄວາມຮັບຜິດຊອບລະອຽດຈະແຈ້ງ, ລົງເລິກຊີ້ນຳໃຫ້ ແທດຕົວຈິງ, ມີລະບົບການປະສານງານທີ່ສະດວກ, ວ່ອງໄວ, ມີແຜນການແກ້ໄຂທີ່ດີ, ມີການຕິດຕາມ-ກວດກາ ຢ່າງເປັນປົກກະຕິ, ເມື່ອພົບບັນຫາຍຸ້ງຍາກ ໃຫ້ມີການປຶກສາຫາລືກັນ ຫຼື ຂໍທິດຊີ້ນຳ ຈາກຂັ້ນເທິງ ຢ່າງທັນການ, ເດັດຂາດບໍ່ໃຫ້ຊັກຊ້າແກ່ຍາວ; ໃຫ້ເອົາໃຈໃສ່ ຕໍ່ວຽກງານການປ້ອງກັນ ຄວາມສະຫງົບ, ປົກປັກຮັກສາວັດຖຸສິ່ງຂອງ ຂອງປະຊາຊົນ ໃຫ້ດີ, ບໍ່ໃຫ້ມີການສວຍໂອກາດເກີດຂຶ້ນ ໂດຍສະເພາະ ບັນຫາຂີ້ລັກ ແລະ ການຂຶ້ນລາຄາສິນຄ້າ ທີ່ອາດເກີດຂຶ້ນ; ເອົາໃຈໃສ່ຕ້ານຫາງສຽງບໍ່ດີ ໂດຍສະເພາະ ການໃສ່ຮ້າຍປ້າຍສີ, ການໃຫ້ຂໍ້ມູນ ທີ່ບໍ່ຖືກຕ້ອງກັບຄວາມເປັນຈິງ ກໍ່ຄືການສ້າງຄວາມປັ່ນປ່ວນຕ່າງໆ; ເອົາໃຈໃສ່ປຸກລະດົມກຳລັງແຮງພາຍໃນ ກໍ່ຄືທ້ອງຖິ່ນ ເຂົ້າໃນການຊ່ວຍເຫຼືອ ແລະ ແກ້ໄຂ ບັນຫາໄພພິບັດຄັ້ງນີ້ ຢ່າງມີປະສິດທິຜົນ; ຮີບຮ້ອນຈັດສັນ ຫາວັດຖຸສິ່ງຂອງ ທີ່ຈຳເປັນ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການ ອັນຮີບດ່ວນ ເປັນຕົ້ນ ອາຫານ, ນ້ຳດື່ມ, ເຮືອ, ພະຫະນະຮັບໃຊ້, ເຄື່ອງໃຊ້ສອຍຕ່າງໆ, ຢາປົວພະຍາດ... ທີ່ເຫັນວ່າບໍ່ທັນພຽງພໍ ເພື່ອແກ້ໄຂບັນເທົາທຸກ ແລະ ຊ່ວຍເຫຼືອປະຊາຊົນ ໂດຍໄວ.
ໃນໂອກາດລົງຢ້ຽມຢາມ ແລະ ພົບປະອົງການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນ ຜູ້ປະສົບໄພນໍ້າຖ້ວມ ຄັ້ງນີ້, ທ່ານນາຍຍົກລັດຖະມົນຕີ ໄດ້ມອບເງິນຊ່ວຍເຫຼືອບັນເທົາທຸກ ໃນເບື້ອງຕົ້ນ ຈຳນວນໜຶ່ງ ໃຫ້ 3 ແຂວງດັ່ງກ່າວ.