ສະພາບການພັດທະນາເສດຖະກິດ - ສັງຄົມແຫ່ງຊາດ
ເລືອກຈໍານວນແຖວສະແດງ:
ໃຫ້ລາຍຮັບເພີ່ມຂຶ້ນ 50%

ແຕ່ນີ້ຮອດປີ 2020 ລັດຖະບານຊຸດໃໝ່ ໄດ້ຢືນຢັນທີ່ຈະສືບຕໍ່ແກ້ໄຂ ບາງບັນຫາຄົງຄ້າງໃນໄລຍະຜ່ານມາ ເພື່ອເຮັດໃຫ້ສະພາບການເງິນ ມີຄວາມຄ່ອງຕົວເປັນກ້າວໆ.

ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ຕາມທິດສັງຄົມນິຍົມ

ເພື່ອເຮັດໃຫ້ການສ້າງສາ ພັດທະນາເສດຖະກິດ-ສັງຄົມ ເປັນໜ້າທີ່ໃຈກາງ ຕິດພັນກັບ ການແກ້ໄຂ ບັນຫາສັງຄົມ ກ່ອນອື່ນໝົດ ຕ້ອງສຸມໃສ່ ພັດທະນາເສດຖະກິດ ດ້ວຍການວາງນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ເໝາະສົມ ໃນການເສີມຂະຫຍາຍກຳລັງແຮງ ຂອງທຸກພາກສ່ວນເສດຖະກິດ. ທັງນີ້, ແມ່ນແນໃສ່ຂະຫຍາຍ ກຳລັງການຜະລິດ ຢ່າງແຂງແຮງ, ຫັນປ່ຽນ ເສດຖະກິດທຳມະຊາດ ໄປສູ່ການຜະລິດສິນຄ້າ, ສ້າງເສດຖະກິດຕະຫຼາດ ຕາມທິດສັງຄົມນິຍົມ ບວກກັບ ການກະຕຸກຊຸກຍູ້ສົ່ງເສີມ, ໃກ້ຊິດຕິດແທດ ແລະ ຊີ້ນຳ-ນຳພາ ບັນດາທ້ອງຖິ່ນຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸ ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII (2011-2015).

ການເຊື່ອມໂຍງ ເສດຖະກິດກັບສາກົນ ເພື່ອສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ ການພັດທະນາ ເສດຖະກິດ-ສັງຄົມ ຂອງຊາດ

ເພື່ອເພີ່ມທະວີ ການເຊື່ອມຊຶມ ແລະ ການຈັດຕັ້ງປະຕິບັດ ຜົນການເຈລະຈາ ເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ໃຫ້ແກ່ພາກລັດ, ທຸລະກິດ ແລະ ປວງຊົນ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ. ຖືເອົາການເຂົ້າເປັນສະມາຊິກ ອົງການ ການຄ້າໂລກ ເປັນບາດກ້າວສຳຄັນ ໃນການປັບປຸງ ນິຕິກຳ ເພື່ອໃຫ້ສອດຄ່ອງ ກັບ ຫຼັກການຄ້າສາກົນ ແລະ ສ້າງສະພາບແວດລ້ອມ ເອື້ອອຳນວຍ ຕໍ່ການດຳເນີນທຸລະກິດ - ການຄ້າ ແນໃສ່ສ້າງພື້ນຖານ ຄວາມພ້ອມໃນການເຂົ້າຮ່ວມ ປະຊາຄົມເສດຖະກິດອາຊຽນ ພາຍໃນປີ 2015 ບວກກັບ ການຍົກລະດັບ ຄວາມສາມາດດ້ານບຸກຄະລາກອນ ແລະ ສະຖາບັນ ຮອງຮັບການເຊື່ອມໂຍງເສດຖະກິດ ພ້ອມທັງ ຍາດແຍ່ງການຊ່ວຍເຫຼືອ ຈາກສາກົນ ເພື່ອສະໜັບສະໜູນ ການເຊື່ອມໂຍງເສດຖະກິດ ຂອງປະເທດເຮົາ ໃນຂອບສອງຝ່າຍ, ພາກພື້ນ ແລະ ຫຼາຍຝ່າຍ ຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ອົງການ ການຄ້າໂລກ (WTO) ເປັນອົງການຈັດຕັ້ງສາກົນ ໃນທົ່ວໂລກທີ່ກ່ຽວຂ້ອງ ກັບກົດລະບຽບ ຂອງການຄ້າລະຫວ່າງປະເທດ ແລະ ເປັນໜາກຫົວໃຈ ຂອງສັນຍາເຈລະຈາ ການລົງນາມໂດຍກຸ່ມ ປະເທດພາຄີ ເພື່ອຊ່ວຍໃຫ້ການຜະລິດສິນຄ້າ, ການບໍລິການສົ່ງອອກ - ນຳເຂົ້າ ສິນຄ້າ ມີເງື່ອນໄຂອຳນວຍ ຄວາມສະດວກ ໃຫ້ແກ່ການພັດທະນາ ເສດຖະກິດ - ສັງຄົມ.

ການສົມທົບແໜ້ນ ລະຫວ່າງ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກັບ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ

​(ຕໍ່ຈາກສະບັບທີ 2). ການສົມທົບແໜ້ນເສດຖະກິດກັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນການປະຕິບັດສອງ ໜ້າທີ່ຍຸດທະສາດ “ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ” ຂອງພັກວາງອອກ, ເຊິ່ງໃນມະຕິ ກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ກຳນົດວ່າ: “ ຕ້ອງປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ເລິກເຊິ່ງກວ້າງຂວາງ, ສົມທົບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ກັບການພັດທະນາເສດຖະກິດ-ສັງຄົມ.....ເພື່ອຊ່ວຍໜູນເຊິ່ງກັນ ແລະ ກັນ, ຮັບປະກັນຄວາມໝັ້ນຄົງ ຂອງຊາດຢ່າງໜັກແໜ້ນ, ທັງສ້າງເງື່ອນໄຂໃຫ້ການພັດທະນາຢ່າງຕໍ່ເນື່ອງ ” ຈຸດໝາຍຂອງວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແມ່ນເຮັດໃຫ້ທົ່ວປະເທດ, ແຂວງ, ເມືອງ, ບ້ານ ແລະ ຮາກຖານຕ່າງໆມີຄວາມສະຫງົບ ແລະ ໜັກແໜ້ນຮອບດ້ານ. ຄວາມສະຫງົບທີ່ໜັກແໜ້ນ ຍາມ ໃດກໍ່ຕິດພັນກັບການພັດທະນາ. ຈຸດໝາຍຕົ້ນຕໍຂອງ ການພັດທະນາ ແມ່ນເພື່ອແກ້ໄຂຄວາມທຸກຍາກຂອງ ປະຊາຊົນ, ເຮັດໃຫ້ປະຊາຊົນແຕ່ລະຄອບຄົວມີລາຍ ຮັບດີຂຶ້ນ ແລະ ປັບປຸງຊີວິດການເປັນຢູ່ນັບມື້ນັບດີຂຶ້ນເປັນກ້າວໆ. ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ກໍ່ຈະເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບ ແລະ ມີຄວາມ ສີວິໄລຍິ່ງໆຂຶ້ນ

ການສົມທົບແໜ້ນ ລະຫວ່າງ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກັບວຽກງານ ປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ.

ການສົມທົບແໜ້ນ ເສດຖະກິດ ກັບວຽກງານ ປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ ແມ່ນການປະຕິບັດສອງໜ້າທີ່ ຍຸດທະສາດ “ ປົກປັກຮັກສາ ແລະ ພັດທະນາ ປະເທດຊາດ ” ຂອງພັກວາງອອກ,

ຄວາມຄືບໜ້າ ຂອງໂຄງການ ພັດທະນາ ເຂດເສດຖະກິດ ສະເພາະ ບຶງທາດຫຼວງ

ໂຄງການພັດທະນາ ເຂດເສດຖະກິດ ສະເພາະ ບຶງທາດຫຼວງ ຫຼື ເຂດພັດທະນາ ຕົວເມືອງໃໝ່ ບຶງທາດຫຼວງ ໄດ້ຮັບອະນຸຍາດ ສໍາປະທານ ຈາກ ລັດຖະບານ ແຫ່ງ ສປປ ລາວ ມາແຕ່ທ້າຍປີ 2011 ເພື່ອພັດທະນາເປັນເຂດເສດຖະກິດສະເພາະ, ເປັນຕົວເມືອງ ທີ່ມີໜອງນໍ້າໃຫຍ່, ເປັນສູນກາງ ແຫ່ງອະລິຍະທໍາ ດ້ານວັດທະນະທໍາ ແລະ ການຮ່ວມມືລາວ-ອາຊຽນ. ພາຍຫຼັງໄດ້ຮັບອະນຸຍາດ ໂຄງການດັ່ງກ່າວ ກໍ່ໄດ້ເລີ່ມລົງມື ກໍ່ສ້າງ ມາເຖິງທ້າຍເດືອນ ມັງກອນ 2014 ນີ້, ການກໍ່ສ້າງໄດ້ມີຄວາມຄືບໜ້າ ແລະ ສໍາເລັດ ຫຼາຍໜ້າວຽກ ເຊັ່ນ: ສຳເລັດ ການກໍ່ສ້າງຫ້ອງການ ຂສທ, ສຳເລັດ ການກໍ່ສ້າງຫໍພັກພະນັກງານ, ສຳເລັດ ການຂຸດໜອງນ້ຳໃຫຍ່ ກວ້າງ 50 ແມັດ ເລິກ 7 ແມັດ, ສໍາຫຼວດ ອອກແບບ ແລວທາງທີ່ຍັງເຫຼືອ ຊຶ່ງມີໄລຍະ 2,240 ແມັດ ເພື່ອເຊື່ອມຕໍ່ ບ້ານໂນນຄໍ້ ແລະ ໂນນຫວາຍ, ສືບຕໍ່ ສ້າງເສັ້ນທາງ ກວ້າງ 36 ແມັດ ມີຄວາມຍາວ 1,900 ແມັດ ອ້ອມຮອບຂອບເຂດ ໂຄງການ (ຂ້າງບ້ານໂນນຫວາຍ) ໄດ້ສຳເລັດ ການປັບແລວທາງ ໃນເດືອນ ມິຖຸນາ 2013 ທີ່ຜ່ານມາ ແລະ ໄດ້ປູຄອນກຣີດ ໃນຕົ້ນປີ 2014, ພ້ອມດຽວກັນ ກໍ່ໄດ້ກໍ່ສ້າງຮາກຖານ ຫໍພິພິທະພັນ ຢູ່ໜອງນ້ຳໃຫຍ່.

ຄວາມຄືບໜ້າ ຂອງການພັດທະນາ ໂຄງການ "ວຽງຈັນເຊັນເຕີ" ແລະ ເຂດເສດຖະກິດ ສະເພາະ" ເຂດພັດທະນາ ກວມລວມ ໄຊເຊດຖາ"

ໂຄງການກໍ່ສ້າງສູນການຄ້າ "ວຽງຈັນເຊັນເຕີ" ​ໄດ້ເລີ່ມລົງມືກໍ່ສ້າງ ມາຕັ້ງແຕ່ວັນທີ 31 ມີນາ 2012 ໂດຍແມ່ນ ການລົງທຶນຮ່ວມກັນ ລະຫວ່າງ ກຸ່ມບໍລິສັດວິສະວະກຳກໍ່ສ້າງ-ລົງທຶນຕ່າງປະເທດ ແຂວງ ຢູນນານ ຈຳກັດ ແລະ ກຸ່ມບໍລິສັດ ກຣິດຕະພົງ ຈຳກັດ. ສ່ວນໂຄງການ ພັດທະນາເຂດເສດຖະກິດສະເພາະ "ເຂດພັດທະນາກວມລວມໄຊເສດຖາ" ໄດ້ຮັບການຍົກລະດັບຈາກເຂດສໍາປະທານທົ່ວໄປມາເປັນເຂດເສດຖະກິດສະເພາະ ແຕ່ວັນທີ 17 ສິງຫາ 2011 ເປັນຕົ້ນມາ.

ນໍາໃຊ້ທ່າແຮງບົ່ມຊ້ອນ ຂອງປະເທດ ເຊື່ອມໂຍງເຂົ້າກັບສາກົນ (ຂົວມິດຕະພາບ ລາວ-ໄທ ແຫ່ງທີ 4)

ສປປ ລາວ ເປັນປະເທດ ທີ່ບໍ່ມີຊາຍແດນ ຕິດຈອດກັບທະເລ ຍາມໃດລັດຖະບານ ກໍ່ໄດ້ຖືເອົາການຄົມມະນາຄົມ - ຂົນສົ່ງ ເປັນປາຍແຫຼມ ຂອງເສດຖະກິດ ແຫ່ງຊາດ ມີການເປີດກວ້າງ ພົວພັນຮ່ວມມືອັນດີ ແລະ ການເຊື່ອມຈອດ ກັບ 5 ປະເທດ ໃກ້ຄຽງ ໂດຍໄດ້ຮ່ວມມືກັບອາຊຽນ ຜັນຂະຫຍາຍແມ່ບົດ ວ່າດ້ວຍການເຊື່ອມຈອດ ອາຊຽນ ແລະ ໄດ້ສຸມໃສ່ການພັດທະນາ ພື້ນຖານໂຄງລ່າງ ຕ່າງໆ ຂອງປະເທດ ຢ່າງຕັ້ງໜ້າ, ໂດຍໄດ້ຂຸດຄົ້ນ ນຳໃຊ້ທຶນຢ່າງຫຼວງຫຼາຍ ທັງພາຍໃນ ແລະ ຈາກການຊ່ວຍເຫຼືອ ສະໜັບສະໜູນ ຈາກບັນດາປະເທດເພື່ອນມິດ ແລະ ສາກົນ ເຂົ້າໃນການພັດທະນາ ພື້ນຖານໂຄງລ່າງ ເພື່ອສົ່ງເສີມ ການລຳລຽງຂົນສົ່ງ ສະດວກຂຶ້ນກ່ວາເກົ່າ, ການທ່ອງທຽ່ວ, ການຄ້າ ແລະ ການບໍລິການ ພ້ອມທັງ ເປັນການດຶງດູດການລົງທຶນ ຢູ່ພາຍໃນຄອບຄົວອາຊຽນ ກໍ່ຄື ການເຊື່ອມໂຍງເຂົ້າ ກັບ ພາກພື້ນ ແລະ ສາກົນ