ເລືອກຈໍານວນແຖວສະແດງ:
ທ່ານ ນາຍົກລັດຖະມົນຕີ ຕິດຕາມຊຸກຍູ້ວຽກງານທາງລົດໄຟ ລາວ-ຈີນ.

ໃນຕອນບ່າຍ ວັນທີ 27 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຊຸກຍູ້ວຽກງານການກະກຽມຄວາມພ້ອມ ເພື່ອຮັບນັກທ່ອງທ່ຽວ ແລະ ຜູ້ໂດຍສານ ຈາກ ສປ ຈີນ ທີ່ຈະເດີນທາງມາ ສປປ ລາວ ດ້ວຍລົດໄຟຄຸນໝິງ ແລະ ລົດໄຟລາວ-ຈີນ.

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສົມໂພດ ພຣະເຈົ້າໃຫຍ່ອົງຫຼວງປະທານພອນ

ໃນຕອນບ່າຍວັນທີ 26 ກຸມພາ 2023 ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ພ້ອມດ້ວຍອະດີດການນຳຂັ້ນສູງ ແລະ ພັນລະຍາການນຳ ໄດ້ເຂົ້າຮ່ວມພິທີສົມໂພດ ພຣະເຈົ້າໃຫຍ່ອົງຫຼວງປະທານພອນ ທີ່ວັດໄຫຫີນມີໄຊຍາຣາມ, ແຂວງຊຽງຂວາງ.

ຜົນກອງປະຊຸມວິສາມັນ ຂອງລັດຖະບານ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ ເວົ້າລວມ, ເວົ້າສະເພາະ ເພື່ອປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ໃຫ້ບັນລຸຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ,

ທ່ານ ນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກໂຄງການກໍ່ສ້າງເຂດພັດທະນາສີທັນດອນ

​ໃນວັນທີ 22 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງຕຶກອາເນກປະສົງແຄນຄູ່ (ໄລຍະທີ 1 ຕຶກຕິບເຂົ້າ) ທີ່ນອນຢູ່ໃນໂຄງການເຂດພັດທະນາເສດຖະກິດໃໝ່ສີທັນ ດອນ, ເມືອງໂຂງ, ແຂວງຈຳປາສັກ.

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີປີດການແຂ່ງຂັນກິລາຄົນພິການ ແຫ່ງຊາດ ຄັ້ງທີ III

ໃນຕອນເຊົ້າວັນທີ 18 ກຸມພາ 2023 ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ, ແຂວງຊຽງຂວາງ ໄດ້ຈັດພິທີປີດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ຫຼື ຊຽງຂວາງ ພາຣາເກມ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານປີດ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ.

ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານເສດຖະກິດ ແລະ ການທ່ອງທ່ຽວ ຢູ່ແຂວງຄໍາມ່ວນ

ໃນວັນທີ 18 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສືບຕໍ່ນໍາພາຄະນະ ກໍ່ຄືບັນດາທ່ານລັດ ຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ແລະ ການນຳແຂວງຄຳມ່ວນ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ເຂດເສດ ຖະກິດພິເສດແຂວງຄຳມ່ວນ, ແຫຼ່ງທ່ອງທ່ຽວຂຸນກອງແລງ ແລະ ເຂົ້າຮ່ວມພິທີປິດການແຂ່ງຂັນກິລາເປຕັງ ຊີງຂັນທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຄັ້ງທີ XII ຕາມລໍາດັບ.

ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊີ້ນຳວຽກງານ ຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ

ໃນວັນທີ 17 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ສືບຕໍ່ນຳພາບັນດາທ່ານລັດຖະ ມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນຳວຽກງານ ຢູ່ເມືອງຍົມມະລາດ ແລະ ເມືອງນາກາຍ.

ທ່ານ ນາຍົກລັດຖະມົນຕີ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຄຳມ່ວນ

ໃນວັນທີ 16 ກຸມພາ 2023 ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາລັດຖະມົນຕີ, ຮອງລັດຖະມົນຕີ ກະຊວງ-ອົງການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງຄຳມ່ວນ.

ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານ ກະສິກຳ ແລະ ປ່າໄມ້

ຕອນບ່າຍວັນທີ 08 ກຸມພາ 2023 ທີ່ສູນການຮ່ວມມື ແລະ ຝຶກອົບຮົມ ລາວ-ຍີ່ປຸນ (ICTC) ຫຼັກ 5, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ຊີ້ນໍາ ຕໍ່ກອງປະຊຸມສະຫຼຸບວຽກງານ ກະສິກໍາ ແລະ ປ່າໄມ້ ແລະ ພັດທະນາຊົນນະບົດ ປະຈໍາປີ 2022 ແລະ ທິດທາງແຜນການ ປີ 2023.

ທ່ານນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມພິທີເປີດງານວາງສະແດງ ຜະລິດຕະພັນລາວ 2023

ໃນຕອນບ່າຍວັນທີ 15 ກຸມພາ 2023 ທີ່ສູນການຄ້າລາວ-ໄອເຕັກ, ທ່ານ ສອນໄຊ ສີພັນດອນ ນາຍົກລັດ ຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດງານວາງສະແດງ ຜະລິດຕະພັນລາວ ປະຈໍາປີ 2023 ພາຍໃຕ້ຫົວຂໍ້ "ຟື້ນຟູເສດຖະກິດ ສົ່ງເສີມຜະລິດຕະພັນລາວ ກ້າວສູ່ສາກົນ" ໂດຍຈະໄດ້ວາງສະແດງໃນລະຫວ່າງວັນທີ 10-19 ກຸມພາ 2023.

ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີເປີດການແຂ່ງຂັນກິລາຄົນພິການ ແຫ່ງຊາດ ຄັ້ງທີ III

ໃນຕອນເຊົ້າວັນທີ 14 ກຸມພາ 2023 ໄດ້ຈັດພິທີເປີດການແຂ່ງຂັນກິລາຄົນພິການແຫ່ງຊາດ ຄັ້ງທີ III ຫຼື ຊຽງຂວາງ ພາຣາເກມ ທີ່ສະໜາມກິລາໃນຮົ່ມ ວິທະຍາໄລຄູຄັງໄຂ ເມືອງແປກ, ແຂວງຊຽງຂວາງ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານເປີດ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ.

ລາວ-ກໍາປູເຈຍ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື

ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນແຊນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-14 ກຸມພາ 2023.

ທ່ານ ຮອງນາຍົກລັດຖະມົນຕີ ຊີ້ນຳວຽກງານຂະແໜງແຮງງານ ແລະ ສະຫວັດດີການສັງຄົມ

ໃນຕອນບ່າຍ ວັນທີ 10 ກຸມພາ 2023 ທີ່ເຮືອນຮັບແຂກກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມສະຫຼຸບວຽກງານ ແຮງງານ ແລະ ສະຫວັດດີການ ປະຈຳປີ 2022 ແລະ ທິດທາງແຜນການ ປີ 2023.

ທ່ານ ນາຍົກລັດຖະມົນຕີ ຊີ້ນຳວຽກງານຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ

ໃນຕອນເຊົ້າວັນທີ 10 ກຸມພາ 2023 ທີ່ສູນການຮ່ວມມືສາກົນ ແລະ ການຝຶກອົບຮົມ (ICTC), ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ຊີ້ນໍາ ຕໍ່ກອງປະຊຸມສະຫຼຸບການຈັດ ຕັ້ງປະຕິບັດວຽກງານຂອງຂະແໜງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (ຊກສ) ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023.

ຫສນຍ ສະຫຼຸບຂະບວນການແຂ່ງຂັນ-ຍ້ອງຍໍຜົນງານ 5 ປີ

ໃນຕອນບ່າຍວັນທີ 8 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບຂະບວນການແຂ່ງຂັນ, ຍ້ອງຍໍ 5 ປີ (2016-2020) ແລະ ປະກາດເນື້ອໃນການແຂ່ງຂັນ ຮອດປີ 2025.

ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບໜ້າທີ່ ລມຕ ກະຊວງການເງິນ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າ ວັນທີ 3 ກຸມພາ 2023 ທີ່ກະຊວງການເງິນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່.

ມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງ ຍທຂ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນເຊົ້າ ຂອງວັນທີ 06 ກຸມພາ 2023 ທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ .

ທ່ານ ນາຍົກລັດຖະມົນຕີ ໂອ້ລົມ ແລະ ຊີ້ນຳ ຕໍ່ກອງ ປະຊຸມສະຫຼຸບວຽກງານ ພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2022

ໃນຕອນບ່າຍຂອງວັນທີ 3 ກຸມພາ 2023 ທີ່ຫ້ອງປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ຊີ້ນໍາ ຕໍ່ກອງປະຊຸມສະຫຼຸບແຜນພັດທະນາພະລັງງານ ແລະ ບໍ່ແຮ່ ປະຈໍາປີ 2022.

ພິທີມອບ-ຮັບໜ້າທີ່ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່

ໃນຕອນບ່າຍ ວັນທີ 3 ກຸມພາ 2023 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໄດ້ຈັດພິທີມອບ-ຮັບໜ້າທີ່ ເລຂາຄະນະພັກ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ລະຫວ່າງ ທ່ານ ດາວວົງ ພອນແກ້ວ ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ຜູ້ເກົ່າ).

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນສະພາມົງໂກລີ

​ໃນຕອນແລງ ຂອງວັນທີ 30 ມັງກອນ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຢໍ. ບາທາຣ໌ບີເລັກ (Yo. BAATARBILEG), ສະມາຊິກສະພາຄູຣານໃຫຍ່, ປະທານຄະນະມິດຕະພາບລັດຖະສະພາ ມົງໂກລີ-ລາວ ປະຈໍາສະພາຄູຣານໃຫຍ່ ແຫ່ງ ມົງໂກລີ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 28 ມັງກອນ ຫາ ວັນທີ 3 ກຸມພາ 2023.