ທ່ານ ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີສົມໂພດ ພຣະເຈົ້າໃຫຍ່ອົງຫຼວງປະທານພອນ
ຜູ້ຂຽນ: ພະແນກໂຄສະນາ, ກົມປະຊາສຳພັນ
ວັນຈັນ, 27 ມິ.ນ 2023 15:00
ໃນຕອນບ່າຍວັນທີ 26 ກຸມພາ 2023 ທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ພ້ອມດ້ວຍອະດີດການນຳຂັ້ນສູງ ແລະ ພັນລະຍາການນຳ ໄດ້ເຂົ້າຮ່ວມພິທີສົມໂພດ ພຣະເຈົ້າໃຫຍ່ອົງຫຼວງປະທານພອນ ທີ່ວັດໄຫຫີນມີໄຊຍາຣາມ, ແຂວງຊຽງຂວາງ; ມີທ່ານ ບຸນຈັນ ສີວົງພັນ, ເຈົ້າແຂວງຊຽງຂວາງ ພ້ອມການນຳຫຼັກແຫຼ່ງຂອງແຂວງ ໃຫ້ການຕ້ອນຮັບ ແລະ ເປັນເຈົ້າພາບ ພິທີສົມໂພດ ພຣະເຈົ້າອົງຫຼວງປະທານພອນ.


ໃນໂອກາດນີ້, ທ່ານ ເຈົ້າແຂວງຊຽງຂວາງ ໄດ້ລາຍງານປະຫວັດຄວາມເປັນມາ ຂອງການສ້າງພຣະເຈົ້າໃຫຍ່ອົງຫຼວງປະທານພອນ ໃຫ້ຮູ້ວ່າ: ຄະນະພັກ-ອົງການປົກຄອງແຂວງຊຽງຂວາງ ໄດ້ມີມະຕິຕົກລົງ ເຫັນດີໃຫ້ສ້າງພຣະເຈົ້າໃຫຍ່ອົງຫຼວງປະທານພອນ ໃນວັນທີ 1 ຕຸລາ 2014 ເຊິ່ງຕົວພຣະ ແມ່ນສ້າງດ້ວຍເນື້ອທອງ ຂະໜາດໜ້າຕັກກວ້າງ 16 ແມັດ ແລະ ສ່ວນສູງ 38 ແມັດ; ວັດແຫ່ງນີ້ ຕັ້ງຢູ່ເນີນພູ ບ້ານທົ່ງມີໄຊ, ເມືອງແປກ, ແຂວງຊຽງຂວາງ ເຊິ່ງໄລຍະກ່ອນປີ 1964 ໄດ້ມີວັດແຫ່ງໜຶ່ງ ຊື່ວ່າ ວັດສີອ່າງ, ຕັ້ງຢູ່ໃກ້ບໍລິເວນທີ່ຕັ້ງຂອງສຳນັກງານ ຂອງກອງພັນທີສອງ ໃນເມື່ອກ່ອນ ແລະ ຍັງຢູ່ໃກ້ກັບຈຸດສ້າງວັດໃໝ່ແຫ່ງນີ້, ແຕ່ເນື່ອງຈາກວ່າ ວັດດັ່ງກ່າວ ໄດ້ຖືກສົງຄາມທຳລາຍຢ່າງຮາບກ້ຽງ ໃນໄລຍະປີ 1965-1970, ດັ່ງນັ້ນ ຄະນະປະຈໍາພັກແຂວງ ສະໄໝທີ 7 ນໍາໂດຍ ທ່ານ ສົມກົດ ມັງໜໍ່ເມກ ອະດີດເຈົ້າແຂວງຊຽງຂວາງ ພ້ອມດ້ວຍຄະນະນຳຂອງແຂວງ ໄດ້ປະສານສົມທົບກັບເຖົ້າແກ່, ແນວໂຮມ, ຜູ້ອາວຸໂສ, ແນວລາວສ້າງຊາດ, ຕະຫຼອດເຖິງອະດີດການນຳ ຂັ້ນສູນກາງ, ແຂວງ ແລະ ທ້ອງຖິ່ນ, ອົງການພຸດທະສາສະໜາສຳພັນລາວ ນຳໂດຍ ພຣະອາຈານໃຫຍ່ ມະຫາຄຳມາ ປັນຍາວິຈິດ, ຮອງປະທານອົງການພຸດທະສາສະໜາສຳພັນລາວ ພ້ອມດ້ວຍອົງການພຸດທະສາສະໜາສຳພັນແຂວງຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ປຶກສາຫາລື ແລະ ເຫັນດີແຕ່ງຕັ້ງຄະນະປະສານງານ ເພື່ອລະດົມທຶນສຳລັບການກໍ່ສ້າງ ໂດຍໄດ້ວາງສີລາລຶກກໍ່ສ້າງສ້າງພຣະເຈົ້າໃຫຍ່ອົງຫຼວງປະທານພອນ ໃນວັນທີ 11 ທັນວາ 2015 ເຊິ່ງເປັນພຣະພຸດທະເຈົ້າອົງທີ່ໃຫຍ່ທີ່ສຸດ ໃນປະເທດລາວ ເພື່ອເປັນການປະຕິສັງຂອນທົດແທນວັດສີອ່າງ ແລະ ວັດອື່ນໆ ໃນເຂດດັ່ງກ່າວ ທີ່ສູນຫາຍໄປໃນປາງສົງຄາມ ໃຫ້ເປັນມໍລະດົກອັນລ້ຳຄ່າ ແກ່ຊາວແຂວງຊຽງຂວາງ. ນອກຈາກນີ້, ທ່ານ ເຈົ້າແຂວງຊຽງຂວາງ ຍັງໄດ້ກ່າວສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ບັນດາທ່ານ ການນຳ ພັກ-ລັດ ທຸກຂັ້ນ ແລະ ບັນດາທ່ານ ທີ່ໄດ້ປະກອບສ່ວນໂມທະນາວັດຖຸປັດໃຈ ເຮັດໃຫ້ການກໍ່ສ້າງວັດ ແລະ ພຣະເຈົ້າໃຫຍ່ອົງຫຼວງ ສຳເລັດ, ກາຍເປັນສະຖານທີ່ສັກກະລະບູຊາສິ່ງສັກສິດ ແລະ ນົບໄຫວ້ຂໍພອນ, ເປັນສະຖານທີ່ທ່ອງທ່ຽວ ແລະ ເປັນສູນລວມທາງດ້ານຈິດໃຈ ຂອງປວງຊົນລາວທົ່ວປະເທດ.


ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ