ຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022
ໃນຕອນບ່າຍຂອງວັນທີ 20 ມັງກອນ 2023 ທີ່ຫໍປະຊຸມແຫ່ງຊາດ, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫຼງຂ່າວ ກ່ຽວກັບຜົນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປີ 2022.
ໄຂກອງປະຊຸມລັດຖະບານ ເປີດກວ້າງ ຄັ້ງທີ II ປະຈຳປີ 2022
ໃນຕອນເຊົ້າຂອງວັນທີ 19 ມັງກອນ 2023 ທີ່ນະຄອນຫຼວງວຽງຈັນ, ລັດຖະບານ ໄດ້ຈັດກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ II ປະຈຳປີ 2022 ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາທ່ານເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ, ຫົວໜ້າອົງການທຽບເທົ່າກະຊວງ, ສະຖາບັນຄົ້ນຄົ້ນຄວ້າເສດຖະກິດ-ສັງຄົມແຫ່ງຊາດ, ຜູ້ຕາງໜ້າແນວລາວສ້າງຊາດ, ອົງການຈັດ ຕັ້ງພັກ, ອົງການນິຕິບັນຍັດ, ອົງການຕຸລາການ, ອົງການຈັດຕັ້ງມະຫາຊົນ, ອົງການກວດສອບແຫ່ງລັດ ໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ.
ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ມູນເຊື້ອອັນດີງາມ
ສະຫາຍ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະ ຫາຍ ຟ້າມ ມິງ ຈິງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ ພ້ອມຄະນະຜູ້ແທນ ຂັ້ນສູງ ໄດ້ເດີນທາງຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ພ້ອມທັງ ຖືໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ.