ການສົມທົບແໜ້ນ ລະຫວ່າງ ການແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ກັບວຽກງານ ປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ.
ຜູ້ຂຽນ: ໂດຍ: ຄຳພັນ ເຜີຍຍະວົງ
ວັນອັງຄານ, 16 ກ.ຍ 2014 15:00
ການສົມທົບແໜ້ນ ເສດຖະກິດ ກັບ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແມ່ນການປະຕິບັດສອງໜ້າທີ່ ຍຸດທະສາດ “ ປົກປັກຮັກສາ ແລະ ພັດທະນາປະເທດຊາດ ” ຂອງພັກວາງອອກ, ເຊິ່ງ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໄດ້ກຳນົດວ່າ: “ ຕ້ອງປະຕິບັດແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ເລິກເຊິ່ງ ກວ້າງຂວາງ, ສົມທົບວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ກັບການພັດທະນາເສດຖະກິດ-ສັງຄົມ ເພື່ອຊ່ວຍໜູນເຊິ່ງກັນ ແລະ ກັນ, ຮັບປະກັນ ຄວາມໝັ້ນຄົງຂອງຊາດຢ່າງໜັກແໜ້ນ, ທັງສ້າງເງື່ອນ ໄຂໃຫ້ການພັດທະນາຢ່າງຕໍ່ເນື່ອງ ”
ຈຸດໝາຍຂອງວຽກງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບແມ່ນເຮັດໃຫ້ທົ່ວປະເທດ, ແຂວງ, ເມືອງ, ບ້ານ ແລະ ຮາກຖານຕ່າງໆມີຄວາມສະຫງົບ ແລະ ໜັກແໜ້ນຮອບດ້ານ. ຄວາມສະຫງົບທີ່ໜັກແໜ້ນ ຍາມ ໃດກໍ່ຕິດພັນກັບການພັດທະນາ. ຈຸດໝາຍຕົ້ນຕໍຂອງ ການພັດທະນາ ແມ່ນເພື່ອແກ້ໄຂຄວາມທຸກຍາກຂອງ ປະຊາຊົນ, ເຮັດໃຫ້ປະຊາຊົນແຕ່ລະຄອບຄົວມີລາຍ ຮັບດີຂຶ້ນ ແລະ ປັບປຸງຊີວິດການເປັນຢູ່ນັບມື້ນັບດີຂຶ້ນເປັນກ້າວໆ. ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນ ກໍ່ຈະເຮັດໃຫ້ທົ່ວສັງຄົມມີຄວາມສະຫງົບ ແລະ ມີຄວາມ ສີວິໄລຍິ່ງໆຂຶ້ນ.
ເພື່ອບັນລຸຈຸດໝາຍດັ່ງກ່າວ, ກອງປະຊຸມ ໃຫຍ່ ຄັ້ງທີ IX ຂອງພັກ ໄດ້ກຳນົດບາດກ້າວບຸກທະລຸ 4 ດ້ານ, ໃນນັ້ນ, ການແກ້ໄຂ ຄວາມທຸກຍາກ ຂອງປະຊາຊົນ ເປັນເນື້ອໃນທີ່ສຳຄັນ ອັນໜຶ່ງ ໃນການສົມທົບແໜ້ນ ລະຫວ່າງ ການພັດທະນາ ເສດຖະກິດ, ແກ້ໄຂຄວາມທຸກຍາກ ກັບວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ, ເຊິ່ງບັນດາກະ ຊວງ-ອົງການ ແລະ ທ້ອງຖິ່ນຕ່າງໆ ຕ້ອງສູ້ຊົນຈັດຕັ້ງປະຕິບັດ ໃຫ້ໄດ້ຕາມ ຄາດໝາຍ ທີ່ວາງໄວ້.
ໃນປະຈຸບັນບັນຫາຄວາມທຸກຍາກເປັນບັນຫາໃຫຍ່ ແລະ ສຳຄັນຂອງໂລກ ມາຫຼາຍທົດສະຫວັດແລ້ວ. ເຖິງແມ່ນວ່າ ບັນດາປະ ຊາຊາດ ໄດ້ໃຊ້ຄວາມພະຍາຍາມຫຼາຍ ເຂົ້າໃນການແກ້ໄຂຄວາມທຸກ ຍາກ, ແຕ່ກໍ່ຍັງເປັນບັນຫາ ທີ່ແກ້ໄຂໄດ້ຍາກ. ໃນໂລກເຮົາ ປະຈຸບັນ ຍັງມີປະຊາກອນຂອງໂລກຫຼາຍກວ່າໜຶ່ງຕື້ ທີ່ຍັງດຳລົງ ຊີວິດຢູ່ໃນຄວາມ ທຸກຍາກຂາດເຂີນ, ມີລາຍຮັບບໍ່ເຖິງ 1 ໂດລາຕໍ່ມື້ ແລະ ໃນແຕ່ລະມື້ ກໍ່ມີຄົນຕາຍ ຍ້ອນຄວາມ ອຶດຫິວຈຳນວນຫຼາຍພັນຄົນ ທັ້ງໆທີ່ວ່າ ໂລກປະຈຸບັນ ມີຄວາມກ້າວໜ້າ ທາງດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ມີສະຕິປັນຍາສູງ ສາມາດຜະລິດອາຫານ ແລະ ຜະລິດຕະພັນ ອື່ນໆໄດ້ຢ່າງຫຼວງຫຼາຍ.
ຄວາມທຸກຍາກຂອງບັນດາ ປະເທດດ້ອຍພັດທະນາ, ເປັນທ່າ ອ່ຽງໜຶ່ງທີ່ທ້າທາຍ ຖືກບັນດາປະເທດ ມະຫາອຳນາດ, ເປັນຕົ້ນແມ່ນ ບັນດາປະເທດທຶນນິຍົມ ສວຍໃຊ້ທ່າແຮງໄດ້ປຽບທາງດ້ານການ ພັດທະ ນາ, ເສດຖະກິດ ແລະ ເຕັກນິກວິທະຍາສາດ ທີ່ກ້າວໜ້າທັນສະໄໝ ຄອບງຳ ຫຼື ເຊື່ອມຢຶດ.
ສຳລັບຢູ່ປະເທດຂອງພວກເຮົາ, ພັກ ແລະ ລັດຖະບານ ໄດ້ຮັບຮູ້ວ່າ ປະເທດລາວຂອງພວກເຮົາ ເປັນ ປະເທດທີ່ອຸດົມມັ່ງຄັ່ງຮັ່ງມີ ໃນດ້ານຊັບພະຍາກອນທຳ ມະຊາດ, ແຕ່ປະຊາຊົນລາວບັນດາເຜົ່າຈຳນວນຫຼາຍ ໂດຍສະເພາະ ໃນເຂດຊົນນະບົດຫ່າງໄກສອກຫຼີກ ຍັງດຳລົງຊີວິດຢູ່ດ້ວຍຄວາມທຸກຍາກລຳບາກ ແລະ ຫຼ້າຫຼັງຫຼາຍ; ການຜະລິດ ຂອງປະຊາຊົນ ສ່ວນໃຫຍ່ຍັງເປັນ ການຜະລິດແບບທຳມະຊາດ ແລະ ເຄິ່ງທຳມະຊາດ, ລະດັບຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ວັດທະ ນະທຳຍັງຕໍ່າ, ຮີດຄອງປະເພນີເກົ່າແກ່ຫຼ້າຫຼັງ ງົມງວຍ ຍັງຄອບງຳແຜ່ຫຼາຍ, ພື້ນຖານວັດຖຸເຕັກນິກ ແລະ ໂຄງລ່າງທາງດ້ານເສດຖະກິດ-ສັງຄົມ ຍັງມີຈຳກັດຫຼາຍ. ດັ່ງນັ້ນ, ພັກ ແລະ ລັດຖະບານ ຈຶ່ງໄດ້ຖືເອົາການແກ້ໄຂ ຄວາມທຸກຍາກ ກໍ່ຄື ການຍົກລະດັບຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ເປັນພາລະກຳຂອງພັກ, ເປັນໜ້າທີ່ບູລິມະສິດຂອງລັດ ແລະ ທົ່ວປວງຊົນ, ໝາຍ ຄວາມວ່າ ຄະນະພັກ, ອຳນາດການປົກຄອງຂັ້ນຕ່າງໆ ຕ້ອງຖືເອົາການແກ້ໄຂຄວາມທຸກຍາກ ເປັນໜ້າທີ່ກົກ ຂອງຕົນ ແລະ ປະຊາຊົນໃນທົ່ວປະເທດ ຕ້ອງມີສ່ວນ ຮ່ວມຢ່າງຕັ້ງໜ້າ. ພັກ ແລະ ລັດຖະບານ ໄດ້ອະທິບາຍ ວ່າຄວາມທຸກຍາກຂອງປະຊາຊົນ ແມ່ນພື້ນຖານຄວາມ ດ້ອຍພັດທະນາ ຂອງປະເທດ; ຖ້າວ່າຄວາມທຸກຍາກ ຂອງປະຊາຊົນບໍ່ໄດ້ຮັບການແກ້ໄຂຢ່າງສິ້ນເຊີງ, ປະ ເທດຂອງພວກເຮົາ ກໍ່ບໍ່ສາມາດຫຼຸດພົ້ນອອກຈາກ ຄວາມດ້ອຍພັດທະນາໄດ້.
ການແກ້ໄຂຄວາມທຸກຍາກ ຍັງມີຄວາມໝາຍ ຕັດສິນຊີ້ຂາດ ຕໍ່ຄວາມສະຫງົບຂອງຊາດ ແລະ ສັງຄົມ, ຄວາມໝັ້ນທ່ຽງ ຂອງການພັດທະນາປະເທດຊາດ. ພັກ ແລະ ລັດຖະບານ ໄດ້ຮັບຮູ້ວ່າການແກ້ໄຂຄວາມທຸກ ຍາກ ຂອງປະຊາຊົນຢູ່ປະເທດພວກເຮົາ ແມ່ນຂະບວນ ວິວັດທີ່ຍາວນານ, ຕໍ່ເນື່ອງ ແລະ ຄົບຊຸດ ເຊິ່ງຕ້ອງສອດ ຫ້ອຍເຂົ້າໃນທຸກຂົງເຂດວຽກງານ; ວຽກງານແກ້ໄຂ ຄວາມທຸກຍາກຕ້ອງດຳເນີນ ໂດຍຕິດພັນກັບວຽກງານ ກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຮອບດ້ານ ກໍ່ຄືວຽກງານສ້າງບ້ານ ແລະ ກຸ່ມບ້ານພັດ ທະນາໃນຂອບເຂດທົ່ວປະເທດ.
ໂດຍກຳແໜ້ນສະພາບຄວາມເປັນຈິງ ກ່ຽວກັບຄວາມທຸກຍາກຂອງປະຊາຊົນຢູ່ປະເທດພວກເຮົາ ແລະ ໂດຍຢຶດໝັ້ນ ຕໍ່ທັດສະນະ ແລະ ອຸດົມຄະຕິຂອງ ຕົນ, ພັກ ແລະ ລັດຖະບານ ໄດ້ເອົາໃຈໃສ່ຕໍ່ການວາງ ກໍ່ຄື ການຊີ້ນຳ-ນຳພາ ຈັດຕັ້ງປະຕິບັດ ນະໂຍບາຍ ແລະ ມະຕິ, ຄຳສັ່ງ ໃນແຕ່ລະໄລຍະກ່ຽວກັບການແກ້ໄຂ ຄວາມທຸກຍາກ ຕິດພັນການການກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ແກ້ໄຂ ຄວາມບໍ່ສະຫງົບຢູ່ບາງບໍລິເວນ, ເຂດເກາະຫ້ອຍຂອງ ພວກສັດຕູ ແລະ ຄົນບໍ່ດີ.
ຜ່ານການຈັດຕັ້ງປະຕິບັດຕົວຈິງ ໃນໄລຍະ ຜ່ານມາ ໄດ້ເຮັດໃຫ້ພວກເຮົາສາມາດຍາດໄດ້ຜົນສຳ ເລັດໃນຫຼາຍດ້ານ:
1. ປະຊາຊົນບັນດາເຜົ່າຢູ່ແຕ່ລະທ້ອງຖິ່ນ ແລະ ຈຸດສຸມຕ່າງໆ ມີລະດັບຄວາມຫ້າວຫັນຕື່ນຕົວ, ເປັນເຈົ້າຕົນເອງ -ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງສູງຂຶ້ນ, ມີຄວາມຕັດສິນໃຈຫັນປ່ຽນແບບແຜນດຳລົງຊີວິດທີ່ຫຼ້າຫຼັງດັ້ງເດີມໄປສູ່ອັນໃໝ່, ຕັ້ງໜ້າ ພັດທະນາຊີວິດ ການເປັນຢູ່ຂອງຄອບຄົວ ແລະ ບ້ານຊ່ອງຂອງຕົນດີ ຂຶ້ນ, ມີຄວາມສາມັກຄີ ແລະ ໄດ້ປະກອບສ່ວນຢ່າງຕັ້ງ ໜ້າ ເຂົ້າໃນວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານພັດທະນາຊຸມຊົນ-ພັດທະນາຊາດ ຢ່າງເປັນຂະບວນ ພໍສົມຄວນ. ອຳນາດການປົກຄອງໄດ້ ຮັບການປັບປຸງດ້ານການຈັດຕັ້ງ, ຍົກລະດັບທາງດ້ານ ຄວາມຮູ້ຄວາມສາມາດ ໃນການນຳພາ ແລະ ການບໍ ລິຫານຄຸ້ມຄອງລັດຢູ່ຂັ້ນບ້ານ ແລະ ນຳພາປະຊາຊົນ ພັດທະນາ ບ້ານຊ່ອງຂອງຕົນ, ເຮັດໃຫ້ການຄຸ້ມຄອງ ລັດ-ຄຸ້ມຄອງສັງຄົມມີຄວາມສັກສິດ ແລະ ມີປະສິດ ທິພາບສູງຂຶ້ນ. ພ້ອມກັນນັ້ນ, ລະບົບການຮັກສາຄວາມ ສະຫງົບ ແລະ ຄວາມປອດໄພຂອງສັງຄົມຢູ່ຂັ້ນຮາກ ຖານ, ເປັນຕົ້ນ ປກສ ບ້ານ, ໜ່ວຍໄກ່ເກ່ຍບ້ານ, ກໍ່ໄດ້ ຮັບການປັບປຸງເປັນລະບົບລະບຽບ ແລະ ມີຄວາມເຂັ້ມ ແຂງກວ່າເກົ່າ ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ພິເສດແມ່ນເຂດ ທີ່ໝັ້ນການປະຕິວັດ, ເຂດຊົນນະບົດຫ່າງໄກສອກຫຼີກ ໄດ້ຮັບການພັດທະນາ, ຄວາມບໍ່ສະຫງົບໄດ້ຮັບການແກ້ໄຂ ເຊັ່ນ: ເຂດຫຼັກ 20, 6 ເຂດຈຸດສຸມໃຈກາງ ແລະ ບ່ອນຫຍຸ້ງຍາກອື່ນໆ ໄດ້ຮັບການພັດທະນາຢ່າງ ຮອບດ້ານ.
2. ບັນຫາຂະແໜງການຕົ້ນຕໍທີ່ເປັນຈຸດ ສຸມຂອງການແກ້ໄຂຄວາມທຸກຍາກ ຫຼື ເປັນຕົວຊີ້ວັດ 10 ຫ້ອງວ່າການລັດຖະບານ ຄວາມທຸກຍາກ ກໍໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວ ເປັນກ້າວໆ, ເຊັ່ນ:
- ການຜະລິດກະສິກຳເປັນສິນຄ້າຂອງປະຊາຊົນຢູ່ຊົນນະບົດ ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນ, ຊຶ່ງ ຂະບວນການຜະລິດທີ່ພົ້ນເດັ່ນແມ່ນ: ສາລີ, ອ້ອຍ, ກາ ເຟ, ຊາ, ມັນຕົ້ນ, ຖົ່ວຕ່າງໆ, ຜັກຕ່າງໆ. ນອກຈາກນີ້, ການປູກພືດເປັນສິນຄ້າສົ່ງອອກ ແລະ ການປູກໄມ້ ຕ່າງໆ ເຊັ່ນ: ຢາງພະລາ, ໄມ້ວິກ, ໄມ້ອຸດສາຫະກຳອື່ນໆ ກໍມີການຂະຫຍາຍຕົວຢູ່ຫຼາຍທ້ອງຖິ່ນ, ການລ້ຽງສັດ ປະເພດຕ່າງໆຂອງປະຊາຊົນ ກໍເພີ່ມຂຶ້ນສາມາດຕອບ ສະໜອງໃຫ້ແກ່ຄວາມຕ້ອງການຂອງຕະຫຼາດພາຍໃນ ໄດ້ຫຼາຍຂຶ້ນ; ລະບົບຊົນລະປະທານຂະໜາດຕ່າງໆ ກໍ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງ; ວຽກງານຄົ້ນຄວ້າ ແລະ ສະໜອງແນວພັນພືດ ແລະ ການຕ້ານພະຍາດສັດ ກໍໄດ້ເອົາໃຈໃສ່ປະຕິບັດໄດ້ດີຂຶ້ນ; ນະໂຍບາຍມອບດິນ -ມອບປ່າ ໃຫ້ປະຊາຊົນຄຸ້ມຄອງ-ນຳໃຊ້ກໍໄດ້ຮັບການ ຈັດຕັ້ງປະຕິບັດຢ່າງກວ້າງຂວາງ, ການຖາງປ່າເຮັດ ໄຮ່ປູກເຂົ້າໄດ້ຫຼຸດລົງເປັນກ້າວໆ ແລະ ການປູກຝິ່ນໄດ້ ປະກາດຢຸດຕິຢ່າງສິ້ນເຊີງຢ່າງເປັນທາງການ.
- ພື້ນຖານໂຄງລ່າງທີ່ຈຳເປັນຢູ່ຊົນນະບົດ ເພື່ອບໍລິການຮັບໃຊ້ສັງຄົມ ແລະ ການຜະລິດຂອງປະ ຊາຊົນ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນ ກ້າວໆ, ເປັນຕົ້ນແມ່ນເສັ້ນທາງ, ລະບົບໂທລະຄົມມະ ນາຄົມ, ໄຟຟ້າ, ຕະຫຼາດ ແລະ ອື່ນໆ. ຕາມສະຖິຕິຂອງປີ 2008, ບ້ານທີ່ມີເສັ້ນທາງໃຊ້ໄດ້ສອງລະດູ ມີຈຳນວນ 4.923 ບ້ານ, ບ້ານ ທີ່ສາມາດຕິດຕໍ່ໄດ້ທາງໂທລະສັບ ກວມປະມານ 60% ຂອງຈຳນວນບ້ານໃນທົ່ວປະເທດ, ບ້ານ ທີ່ສາມາດຊົມໃຊ້ໄຟຟ້າກວມ 49%ສ່ວນຮ້ອຍ, ເກືອບທຸກໆ ກຸ່ມບ້ານແມ່ນ ມີຕະຫຼາດນັດ ແລະ ໝົດທຸກເມືອງມີຕະຫຼາດຈຳໜ່າຍສິນຄ້າ ກະສິກຳຂອງປະຊາຊົນ. ນອກ ຈາກນັ້ນ, ບັນດາໂຄງການສຳປະທານໃນຂະແໜງພະ ລັງງານ ແລະ ບໍ່ແຮ່ ທີ່ຕັ້ງຢູ່ທ້ອງຖິ່ນຕ່າງໆ ກໍ່ໄດ້ປະ ກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາຊົນນະບົດ ແລະ ການລຶບລ້າງຄວາມທຸກຍາກ ຂອງປະຊາຊົນ ຢູ່ບໍລິເວນຂອງໂຄງການ ໂດຍຜ່ານການຈັດສັນອາຊີບ ແລະ ຕັ້ງຖິ່ນຖານຄົງທີ່, ການສ້າງວຽກເຮັດງານທຳ, ກິດຈະກຳທີ່ສ້າງລາຍໄດ້ ແລະ ພື້ນຖານໂຄງລ່າງ ເສດຖະກິດ-ສັງຄົມ ຈຳນວນໜຶ່ງ.
- ວຽກງານສຶກສາຢູ່ທ້ອງຖິ່ນຕ່າງໆ ກໍໄດ້ຮັບ ການປັບປຸງ ແລະ ຂະຫຍາຍຕົວສູງສົມຄວນ ທາງ ດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນແມ່ນໂຮງ ຮຽນຊັ້ນປະຖົມໄດ້ຮັບການປັບປຸງ ແລະ ກໍ່ສ້າງຂຶ້ນໃໝ່ ຢູ່ເຂດຫ່າງໄກສອກຫຼີກ ເປັນຈຳນວນຫຼາຍກວມເກືອບ ທຸກໆບ້ານ; ຢູ່ບາງບ່ອນກໍໄດ້ມີການປະຕິບັດໂຄງການ ລ້ຽງອາຫານແກ່ນັກຮຽນ ເພື່ອສ້າງເງື່ອນໄຂໃຫ້ເດັກ ຈາກຄອບຄົວທຸກຍາກ ໄດ້ເຂົ້າຮຽນ; ອັດຕາເຂົ້າຮຽນຊັ້ນ ປະຖົມ, ມັດທະຍົມ ໄດ້ເພີ່ມຂຶ້ນເປັນກ້າວໆ ແລະ ອັດ ຕາການຮຽນຮູ້ ຂອງຜູ້ໃຫຍ່ໃນເກນ ອາຍຸ 15-40 ກໍ່ ເພີ່ມຂຶ້ນເຊັ່ນກັນ; ສູນລ້ຽງເດັກກ່ຳພ້າ, ໂຮງຮຽນຊົນເຜົ່າ ກໍໄດ້ສ້າງຕັ້ງຂຶ້ນ.
- ວຽກງານສາທາລະນະສຸກ ໄດ້ຮັບການປັບປຸງຢ່າງເອົາໃຈໃສ່, ເປັນຕົ້ນແມ່ນສາທາລະນະສຸກ ຂັ້ນພື້ນຖານໄດ້ມີການຂະຫຍາຍລົງສູ່ຮາກຖານຊົນ ນະບົດຫຼາຍຂຶ້ນກວ່າເກົ່າ; ສຸກສາລາມີຈຳນວນເພີ່ມ ຂຶ້ນ, ນະໂຍບາຍປິ່ນປົວເສຍຄ່າ ແລະ ບໍ່ເສຍຄ່າໄດ້ສືບ ຕໍ່ປະຕິບັດ, ເກືອບໝົດທຸກບ້ານໃນທົ່ວປະເທດ ໄດ້ມີ ຖົງຢາປະຈຳບ້ານ ແລະ ອາສາສະໝັກບ້ານ, ວຽກງານ ສຸຂະສຶກສາ ກໍໄດ້ຮັບການເອົາໃຈໃສ່, ອັດຕາການສະ ໜອງນ້ຳສະອາດ, ການໃຊ້ວິດຖ່າຍ ແລະ ການໃຊ້ມຸ້ງ ຍ້ອມນ້ຳຢາໄດ້ເພີ່ມຂຶ້ນ, ການເຝົ້າລະວັງ ແລະ ຕອບ ໂຕ້ພະຍາດລະບາດ ໄດ້ມີປະສິດທິພາບກວ່າເກົ່າ. ທັງ ໝົດນີ້ ມີຜົນເຮັດໃຫ້ພະຍາດຫຼຸດລົງ, ອັດຕາການຕາຍ ຂອງແມ່ ແລະ ອັດຕາການຕາຍຂອງເດັກຫຼຸດລົງເປັນ ລຳດັບ, ມາດຕະຖານຊີວິດການເປັນຢູ່ຂອງປະຊາຊົນ ບັນດາເຜົ່າ ແລະ ອາຍຸຍືນສະເລ່ຍ ຂອງປະຊາກອນ ເພີ່ມຂຶ້ນ, ສ່ວນອັດຕາຈະເລີນພັນມີທ່າອ່ຽງຫຼຸດລົງ.
3. ຂະແໜງການອື່ນໆ ທີ່ຊ່ວຍໜູນການແກ້ໄຂຄວາມທຸກຍາກ ກໍໄດ້ມີການເຄື່ອນໄຫວຢ່າງຕັ້ງໜ້າເຊັ່ນ:
- ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ ຝຶກອົບຮົມວິ ຊາຊີ ບແລະ ສີ ມື ແຮງ ງານໃຫ້ ແກ່ ປະຊາຊົ ນເປັນຈຳນວນຫຼາຍ. ອັ ນສຳຄັ ນແມ່ ນໄດ້ ເອົາໃຈໃສ່ ຫຼາຍກວ່ າເກົ ່າໃນການເບິ ່ ງແຍງດ ູ ແລ ແລະ ການຊ່ ວຍເຫຼືອສົງເຄາະແກ່ຜູ້ທຸກຍາກ, ຜູ້ດ້ອຍໂອກາດ, ຜູ້ເສຍອົງຄະ, ຜູ້ສູງອາຍຸ,ຄອບຄົວບໍ່ມີ ແຮງງານ, ຜູ້ໄດ້ ຮັບເຄາະຮ້າຍຈາກໄພທຳມະຊາດ ແລະ ໄພພິບັດອື່ນໆ.
- ຂະແໜງຖະແຫຼງຂ່າວ ແລະ ວັດທະນະທຳ ໄດ້ ຕັ້ງໜ້າຂະຫຍາຍລະບົບສື່ມວນຊົນ ແລະ ວຽກງານວັດທະນະທຳມະຫາຊົນລົງສູ່ ທ້ອງຖິ່ນຢ່າງກວ້າງ ຂວາງກວ່າເກົ່າ, ຊຶ່ງມາຮອດປະຈຸບັນ ຄື້ນຮັບສັນຍານ ໂທລະພາບ ແລະ ວິທະຍຸກະຈາຍສຽງໄດ້ຂະຫຍາຍ ແລະ ກວມພື້ນທີ່ ເກືອບທົ່ວປະເທດ, ຊຶ່ງເຮັດໃຫ້ ສາມາດໂຄສະນາປຸກລະດົມຂົນຂວາຍປະຊາຊົນໄດ້ດີ; ການສ້າງບ້ານວັດທະນະທຳ ແລະ ຄອບຄົວວັດທະນະທຳໄດ້ ດຳເນີນຢ່າງເປັນຂະບວນກວ້າງຂວາງ.
- ຂະແໜງອຸດສາຫະກຳ-ການຄ້າ, ທ່ອງທ່ຽວ, ຂົນສົ່ງກໍເອົາໃຈໃສ່ ຂະຫຍາຍຫັດຖະກຳ ແລະ ອຸດສາຫະກຳປຸງແຕ່ງ, ເປີດກວ້າງຕະຫຼາດຊົນນະບົດ ແລະ ຕະຫຼາດຊາຍແດນ, ສົ່ງເສີມການທ່ອງທ່ຽວ ທີ່ຕິດພັນກັບທຳມະຊາດ, ວັດທະນະທຳ, ມໍລະດົກຂອງບັນດາເຜົ່າ, ປົກປັກຮັກສາສິ່ງແວດລ້ອມ, ຂະຫຍາຍຕາໜ່າງ ການບໍລິການຂົນສົ່ງເພື່ອກະທົບໃສ່ການຜະລິດກະສິກຳ ເປັນສິນຄ້າ ແລະ ການສ້າງລາຍໄດ້ ຂອງປະຊາຊົນ. ນອກຈາກນັ້ນ, ການເຄື່ອນໄຫວຢ່ າງຕັ້ງໜ້າຂອງພາກ ສ່ວນເກັບກູ້ລະເບີດທີ່ ບໍ່ທັນແຕກ ກໍໄດ້ເພີ່ມເນື້ອທີ່ ປູກຝັງ ແລະ ຄວາມປອດໄພໃຫ້ ປະຊາຊົນ, ຊຶ່ງເປັນການ ປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນ.
4 ອັດຕາຄວາມທຸກຍາກໄດ້ ຫຼຸດລົງຢ່າງ ຕໍ່ເນື່ອງດວ້ຍຈັງຫວະທີ່ ໄວສົມຄວນ, ຊຶ່ງສະແດງອອກ ຄື : ອັດຕາສ່ວນຄວາມທຸກຍາກຂອງປະຊາກອນທົ່ວປະເທດ ໄດ້ຫຼຸດລົງຢ່າງຕໍ່ເນື່ອງຈາກ 46 ສ່ວນຮ້ອຍ% (ໃນສົກປີ 1992-1993) ເປັນ 39,1 ສ່ວນຮ້ອຍ% (ໃນສົກປີ 1997-1998), 33,5 ສ່ວນຮ້ອຍ% (ໃນສົກປີ 2002-2003), 27,6 ສ່ວນຮ້ອຍ% (ໃນສົກປີ 2007-2008) ແລະ 25 ສ່ວນຮ້ອຍ (ໃນສົກປີ 2009-2010); ໃນນີ້ອັດຕາສ່ວນຄວາມທຸກຍາກ ໃນເຂດຕົວເມືອງ ໄດ້ຫຼຸດລົງຈາກ 26,5%ສ່ວນຮ້ອຍ (ໃນສົກປີ 1992-1993) ເປັນ 22,1 ສ່ວນຮ້ອຍ% (ໃນສົກປີ 1997-1998), 19,7%ສ່ວນຮ້ອຍ (ໃນສົກປີ 2002-2003) ແລະ 31,7%ສ່ວນຮ້ອຍ (ໃນສົກປີ 2007-2008). ພ້ອມດຽວກັນນັ້ນ, ສະຖິຕິ ກ່ຽວກັບຄວາມທຸກຍາກຍັງຊີ້ໃຫ້ເຫັນວ່າ: ອັດຕາສ່ວນຄົວເຮືອນທຸກຍາກໄດ້ ຫຼຸດລົງຢ່າງຕໍ່ເນື່ອງຈາກປະມານ 33 ສ່ວນຮ້ອຍ ໃນສົກປີ 2002- 2003) ແລະ 31,7 ສ່ວນຮ້ອຍ (ໃນສົ ກປີ 2007-2008). ພ້ອມ ດຽວກັນນັ້ນ, ສະຖິຕິ ກ່ ຽວກັບຄວາມທຸກຍາກຍັງຊີ້ໃຫ້ເຫັນວ່າ ອັດຕາສ່ວນຄົວເຮືອນທຸກຍາກໄດ້ ຫຼຸດລົງຢ່າງຕໍ່ເນື່ອງ ຈາກປະມານ 33%ສ່ວນຮ້ອຍ ໃນສົກປີ 2002-2003 ຍັງເຫຼືອ 19%ສ່ວນຮ້ອຍ ຂອງຈຳນວນ ຄົວເຮືອນທັງໝົດໃນສົກປີ 2010-2011, ຊຶ່ງແຕ່ລະປີຫຼຸດລົງ ປະມານ 2 ສ່ວນຮ້ອຍ%. ສະເພາະໃນເຂດຈຸດສຸມບູລິມະສິດ ຫຼື ບັນດາເມືອງທີ່ທຸກຍາກທີ່ສຸດ, ຄວາມທຸກຍາກ ໄດ້ຫຼຸດລົງໃນອັດຕາສ່ວນທີ່ ຫຼາຍກວ່າເມືອງອື່ນ. (ອ່ານຕໍ່ສະບັບໜ້າ)
ແຫຼ່ງ: ຫ້ອງວ່າການລັດຖະບານ